lo_tn/pro/18/11.md

3.4 KiB

ເເລະໃນຄວາມຄິດເຫັນຂອງຄົນມັ່ງມີເປັນເມືອງ

ສິ່ງນີ້ເວົ້າເຖິງຄົນລ້ຳລວຍຂື້ນຢູ່ກັບຄວາມຮັ່ງມີຂອງລາວຄືກັບວ່າຄວາມຮັ່ງມີຂອງລາວແມ່ນ ກຳແພງທີ່ປົກປ້ອງລາວ. ອາດແປໄດ້ອີກວ່າ: "ຜູ້ທີ່ຮັ່ງມີຂື້ນຢູ່ກັບຄວາມຮັ່ງມີຂອງລາວເພາະວ່າເມືອງ ແມ່ນຂຶ້ນກັບກຳແພງທີ່ເຂັ້ມແຂງຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນມັ່ງມີ

ນີ້ຫມາຍເຖິງຄົນລວຍ. ອາດແປໄດ້ອີກວ່າ: "ຄົນລວຍ" (ເບິ່ງເພີີມເຕີມ: rc://*/ta/man/translate/figs-nominaladj)

ເມືອງທີ່ເຂັ້ມເເຂງ

ເປັນເມືອງທີ່ມີກຳລັງປ້ອງກັນທີ່ເຂັ້ມແຂງຄືກັບຝາແລະ ຫໍ

ມັນເປັນຄືກຳເເພງທີ່ສູງ

ສິ່ງນີ້ເວົ້າເຖິງຄົນລ້ຳລວຍເຊື່ອວ່າຄວາມຮັ່ງມີຂອງລາວຈະຮັກສາລາວໃຫ້ປອດໄພຄືກັບກຳແພງສູງ ເຮັດໃຫ້ຄົນພາຍໃນເມືອງປອດໄພ. ອາດແປໄດ້ອີກວ່າ: "ລາວຄິດວ່າມັນປົກປ້ອງລາວເຊັ່ນດຽວກັນກັບກຳແພງສູງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ກ່ອນທີ່ເຂົາຈະຖືກທຳລາຍ

"ທຳອິດຫົວໃຈຂອງຄົນເຮົາມີຄວາມພາກພູມໃຈ, ແຕ່ຕໍ່ມາຄວາມລົ້ມເຫລວຂອງລາວ"

ຖືກທຳລາຍ

ນີ້ຫມາຍເຖິງການຫລຸດລົງຢ່າງຫລວງຫລາຍຂອງຊື່ສຽງ ຫລື ສຸຂະພາບຂອງຄົນເຮົາ.

ຫົວໃຈຂອງຄົນ

ຕໍ່ໄປນີ້ແມ່ນບຸກຄົນທີ່ຖືກກ່າວເຖິງໂດຍຫົວໃຈຂອງລາວເພື່ອເນັ້ນຫນັກໃສ່ຄວາມຄິດ ແລະຄວາມຮູ້ສຶກຂອງລາວ. ອາດແປໄດ້ອີກວ່າ: "ຄົນຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຄວາມຖ່ອມໂຕມາກ່ອນກຽດ

ຄຳວ່າ "ຄວາມຖ່ອມຕົວ" ອາດຈະຖືກສະແດງອອກເປັນ ຄຳຄຸນນາມແລະ ຄຳວ່າກຽດຕິຍົດອາດຈະຖືກສະແດງອອກເປັນ ຄຳກິລິຍາ. ອາດແປໄດ້ອີກວ່າ: "ບຸກຄົນຕ້ອງມີຄວາມຖ່ອມຕົວກ່ອນທີ່ລາວຈະໄດ້ຮັບກຽດຕິຍົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)