lo_tn/pro/15/01.md

2.8 KiB

ຄຳຕອບນຸ້ມນວນຊ່ວຍຢຸດຢັ້ງຄວາມໂກດກ້ຽວ

ການເຮັດໃຫ້ບຸກຄົນຢຸດຄວາມໂກດແຄ້ນແມ່ນເວົ້າເຖິງວ່າມັນ ກຳລັງຫັນຄວາມຄຽດແຄ້ນຂອງຄົນນັ້ນໄປ. ອາດແປໄດ້ອີກວ່າ: "ການຕອບຄຳຖາມຂອງຄົນຢ່າງສຸພາບອ່ອນຫວານຈະເຮັດໃຫ້ຄວາມຄຽດແຄ້ນຂອງຄົນນັ້ນອ່ອນລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເເຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ

ການເຮັດໃຫ້ຄົນເຮົາໃຈຮ້າຍຫລາຍກວ່າເກົ່າແມ່ນເວົ້າເຖິງວ່າມັນກຳລັງປຸກ ຫລື ປຸກຄວາມໂກດແຄ້ນ. ອາດແປໄດ້ອີກວ່າ: "ແຕ່ເວົ້າຮຸນແຮງເຮັດໃຫ້ຄົນນັ້ນໃຈຮ້າຍຫລາຍກວ່າເກົ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor

ລີ້ນຂອງປະຊາຊົນມີປັນຍາຍົກຍ່ອງຄວາມຮູ້

ນີ້ຄຳວ່າ "ລີ້ນ" ຫມາຍເຖິງຄົນທີ່ເວົ້າ. ອາດແປໄດ້ອີກວ່າ: "ຄົນສະຫລາດຍ້ອງຍໍຄວາມຮູ້ເມື່ອພວກເຂົາເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ມີປັນຍາຍົກຍ່ອງຄວາມຮູ້

"ເຮັດໃຫ້ຄວາມຮູ້ມີຄວາມດຶງດູດ" ຫລື "ນຳໃຊ້ຄວາມຮູ້ຢ່າງຖືກຕ້ອງ"

ປາກຂອງຄົນໂງ່ຍ່ອມເວົ້າເເຕ່ຄວາມໂງ່ອອກມາ

ນັກຂຽນເວົ້າເຖິງປາກຂອງຄົນໂງ່ຄືກັບວ່າມັນເປັນພາຊະນະ ແລະ ໂງ່ຈ້າຄືກັບວ່າມັນເປັນຂອງແຫລວທີ່ເຕັມໄປໃນພວກມັນ. ເມື່ອຄົນໂງ່ເວົ້າ, ປາກຂອງພວກເຂົາຖອກນໍ້າອອກ. ຄຳວ່າ “ປາກ” ແມ່ນຕົວແທນຂອງຜູ້ທີ່ເວົ້າ. ອາດແປໄດ້ອີກວ່າ: "ຄົນໂງ່ມັກເວົ້າໂງ່ຢູ່ສະເຫມີ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-synecdoche]])