# ຄຳຕອບນຸ້ມນວນຊ່ວຍຢຸດຢັ້ງຄວາມໂກດກ້ຽວ ການເຮັດໃຫ້ບຸກຄົນຢຸດຄວາມໂກດແຄ້ນແມ່ນເວົ້າເຖິງວ່າມັນ ກຳລັງຫັນຄວາມຄຽດແຄ້ນຂອງຄົນນັ້ນໄປ. ອາດແປໄດ້ອີກວ່າ: "ການຕອບຄຳຖາມຂອງຄົນຢ່າງສຸພາບອ່ອນຫວານຈະເຮັດໃຫ້ຄວາມຄຽດແຄ້ນຂອງຄົນນັ້ນອ່ອນລົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ເເຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ ການເຮັດໃຫ້ຄົນເຮົາໃຈຮ້າຍຫລາຍກວ່າເກົ່າແມ່ນເວົ້າເຖິງວ່າມັນກຳລັງປຸກ ຫລື ປຸກຄວາມໂກດແຄ້ນ. ອາດແປໄດ້ອີກວ່າ: "ແຕ່ເວົ້າຮຸນແຮງເຮັດໃຫ້ຄົນນັ້ນໃຈຮ້າຍຫລາຍກວ່າເກົ່າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]] # ລີ້ນຂອງປະຊາຊົນມີປັນຍາຍົກຍ່ອງຄວາມຮູ້ ນີ້ຄຳວ່າ "ລີ້ນ" ຫມາຍເຖິງຄົນທີ່ເວົ້າ. ອາດແປໄດ້ອີກວ່າ: "ຄົນສະຫລາດຍ້ອງຍໍຄວາມຮູ້ເມື່ອພວກເຂົາເວົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]]) # ມີປັນຍາຍົກຍ່ອງຄວາມຮູ້ "ເຮັດໃຫ້ຄວາມຮູ້ມີຄວາມດຶງດູດ" ຫລື "ນຳໃຊ້ຄວາມຮູ້ຢ່າງຖືກຕ້ອງ" # ປາກຂອງຄົນໂງ່ຍ່ອມເວົ້າເເຕ່ຄວາມໂງ່ອອກມາ ນັກຂຽນເວົ້າເຖິງປາກຂອງຄົນໂງ່ຄືກັບວ່າມັນເປັນພາຊະນະ ແລະ ໂງ່ຈ້າຄືກັບວ່າມັນເປັນຂອງແຫລວທີ່ເຕັມໄປໃນພວກມັນ. ເມື່ອຄົນໂງ່ເວົ້າ, ປາກຂອງພວກເຂົາຖອກນໍ້າອອກ. ຄຳວ່າ “ປາກ” ແມ່ນຕົວແທນຂອງຜູ້ທີ່ເວົ້າ. ອາດແປໄດ້ອີກວ່າ: "ຄົນໂງ່ມັກເວົ້າໂງ່ຢູ່ສະເຫມີ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-synecdoche]])