lo_tn/oba/01/17.md

32 lines
2.4 KiB
Markdown

# ຂໍ້ມູນທົ່ວໄປ:
ພຣະຢາເວຍັງສືບຕໍ່ປຣະທານແກ່ໂອບາດີຢາ ຖ້ອຍຄຳຂອງພຣະອົງຕໍ່ເອໂດມ.
# ລອດຊີວິດມາ
"ຫນີຈາກການລົງໂທດຂອງພຣະຢາເວ." ຄົນເຫລົ່ານີ້ຄືປະຊາຊົນທີ່ຍັງມີຊີວິດຫລັງຈາກພຣະຢາເວໄດ້ລົງໂທດພວກເຂົາແລ້ວ. (ເບິ່ງເພີ່ມເຕີ່ມ: [[rc://*/ta/man/translate/figs-explicit]])
# ແລະມັນ
ຄຳວ່າ "ມັນ" ອ້າງເຖິງ "ພູເຂົາຊີໂອນ."
# ເຊື້ອສາຍຂອງຢາໂຄບ... ເຊື້ອສາຍຂອງໂຢເຊັບຈະເປັນໄຟ
ພຣະຢາເວປຽບທຽບລະຫວ່າງເຊື້ອສາຍຂອງຢາໂຄບ ແລະໂຢເຊັບຈະຖືກໄຟໄຫມ້ ເພາະວ່າພວກເຂົາຈະທຳລາຍເອຊາວເຫມືອນໄປທີ່ເຜົາຜານຢ່າງໄວວາ ແລະ ເຜົາໄຫມ້ທັງຫມົດເຫມືອນດັ່ງຕໍເຟື່ອງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເຟືອງເຂົ້າ​
"ຕໍເຟື່ອງ" ຫລື "ແກບ." ເປັນສ່ວນທີ່ແຫ້ງຂອງຕົ້ນພືດທີ່ຖືກປະໄວ້ຫລັງຈັກເກັບກ່ຽວເອົາເມັດເຂົ້າແລ້ວ.
# ແລະ ພວກເຂົາ
ຄຳວ່າ "ພວກເຂົາ" ອ້າງອິງເຖິງເຊື້ອສາຍຂອງຢາໂຄບ ແລະ ເຊື້ອສາຍຂອງໂຢເຊັບ.
# ຈະເຜົາຜານພວກເຂົາ
ຄຳວ່າ "ພວກເຂົາ" ອ້າງອິງເຖິງບັນພະບຸຣຸດຂອງເອຊາວ, ຜູ້ທີເປັນຕົ້ນຕະກຸນຂອງຊົນຊາດເອໂດມ.
# ຈະບໍ່ເຫລືອຜູ້ລອດຊີວິດໃນເຊື້ອ​ສາຍຂອງເອຊາວເລີຍ
"ບໍ່ມີຈັກຄົນທີ່ຈະລອດຊີວິດຈາກເຊື້ອສາຍຂອງເອຊາວ"