lo_tn/oba/01/17.md

2.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ປຣະທານແກ່ໂອບາດີຢາ ຖ້ອຍຄຳຂອງພຣະອົງຕໍ່ເອໂດມ.

ລອດຊີວິດມາ

"ຫນີຈາກການລົງໂທດຂອງພຣະຢາເວ." ຄົນເຫລົ່ານີ້ຄືປະຊາຊົນທີ່ຍັງມີຊີວິດຫລັງຈາກພຣະຢາເວໄດ້ລົງໂທດພວກເຂົາແລ້ວ. (ເບິ່ງເພີ່ມເຕີ່ມ: rc://*/ta/man/translate/figs-explicit)

ແລະມັນ

ຄຳວ່າ "ມັນ" ອ້າງເຖິງ "ພູເຂົາຊີໂອນ."

ເຊື້ອສາຍຂອງຢາໂຄບ... ເຊື້ອສາຍຂອງໂຢເຊັບຈະເປັນໄຟ

ພຣະຢາເວປຽບທຽບລະຫວ່າງເຊື້ອສາຍຂອງຢາໂຄບ ແລະໂຢເຊັບຈະຖືກໄຟໄຫມ້ ເພາະວ່າພວກເຂົາຈະທຳລາຍເອຊາວເຫມືອນໄປທີ່ເຜົາຜານຢ່າງໄວວາ ແລະ ເຜົາໄຫມ້ທັງຫມົດເຫມືອນດັ່ງຕໍເຟື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຟືອງເຂົ້າ​

"ຕໍເຟື່ອງ" ຫລື "ແກບ." ເປັນສ່ວນທີ່ແຫ້ງຂອງຕົ້ນພືດທີ່ຖືກປະໄວ້ຫລັງຈັກເກັບກ່ຽວເອົາເມັດເຂົ້າແລ້ວ.

ແລະ ພວກເຂົາ

ຄຳວ່າ "ພວກເຂົາ" ອ້າງອິງເຖິງເຊື້ອສາຍຂອງຢາໂຄບ ແລະ ເຊື້ອສາຍຂອງໂຢເຊັບ.

ຈະເຜົາຜານພວກເຂົາ

ຄຳວ່າ "ພວກເຂົາ" ອ້າງອິງເຖິງບັນພະບຸຣຸດຂອງເອຊາວ, ຜູ້ທີເປັນຕົ້ນຕະກຸນຂອງຊົນຊາດເອໂດມ.

ຈະບໍ່ເຫລືອຜູ້ລອດຊີວິດໃນເຊື້ອ​ສາຍຂອງເອຊາວເລີຍ

"ບໍ່ມີຈັກຄົນທີ່ຈະລອດຊີວິດຈາກເຊື້ອສາຍຂອງເອຊາວ"