lo_tn/job/33/21.md

3.0 KiB

ຂໍ້ມູນທົ່ວໄປ:

ເອ­ລີ­ຮູ ສືບຕໍ່ເວົ້າກັບໂຢບ.

ເນື້ອ​ຫນັງ​ຂອງ​ລາວຖືກທຳລາຍໄປເພື່ອມັນຈະບໍ່ສາມາດຖືກເບິ່ງ​ບໍ່​ເຫັນ; ກະ­ດູກທັງຫລາຍຂອງລາວ, ທີ່ບໍ່ເຄີຍຍິ່ງເຫັນ, ບັດນີ້ກໍຍື່ນ​ອອກ​ມາ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. "ເນື້ອຫນັງຂອງລາວ" ຫມາຍເຖິງໄຂມັນ ແລະ ກ້າມຂອງລາວ, ບໍ່ແມ່ນຜິວຫນັງນອກຂອງຮ່າງກາຍຂອງລາວ. ອາດຈະແປໄດ້ອີກວ່າ: "ພະຍາດເຮັດໃຫ້ຮ່າງກາຍຂອງລາວອ່ອນ ແລະບາງ ເພື່ອໃຫ້ຄົນເຮົາເຫັນກະດູກຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈິດ­ວິນ­ຍານ​ຂອງ​­ລາວ​ເຂົ້າ­ໄປ​ໃກ້​ຂຸມ​ຝັງ​ສົບ​ຄົນ​ຕາຍ

ຕໍ່ໄປນີ້ແມ່ນບຸກຄົນທີ່ຖືກສະແດງໂດຍ "ຈິດວິນຍານ" ຂອງລາວ. ອາດຈະແປໄດ້ອີກວ່າ: "ລາວໃກ້ຈະເຂົ້າໄປໃນບ່ອນຝັງສົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

​ຂຸມ​ຝັງ​ສົບ​ຄົນ​ຕາຍ

ສະຖານທີ່ໆຜູ້ຄົນໄປໃນເວລາທີ່ພວກເຂົາເສຍຊີວິດຖືກກ່າວເຖິງນີ້ວ່າ "ຂຸມຝັງສົບຄົນຕາຍ." ອາດຈະແປໄດ້ອີກວ່າ: "ສະຖານທີ່ໆຄົນຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຊີ­ວິດ​ຂອງ​­ລາວກໍໃກ້ກັບ ​ຄົນເຫລົ່ານັ້ນທີ່ປາຖະຫນາຈະທຳລາຍນັ້ນ

ໃນທີ່ນີ້ບຸກຄົນດັ່ງກ່າວແມ່ນຕົວແທນໂດຍ "ຊີວິດ." ປະໂຫຍກທີ່ວ່າ "ຜູ້ທີ່ຢາກທຳລາຍມັນ" ຫມາຍເຖິງສະຖານທີ່ໆຄົນໄປຫລັງຈາກທີ່ພວກເຂົາຈະຕາຍ. ອາດຈະແປໄດ້ອີກວ່າ: "ແລະລາວກຳລັງຈະໃກ້ຈະໄປບ່ອນທີ່ຄົນຕາຍໄປ" ຫລື "ແລະລາວຈະໄປບ່ອນຕາຍໃນໄວໆນີ້" (ເບິ່ງ: (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metonymy]]))