lo_tn/isa/33/17.md

3.5 KiB

ດວງຕາຂອງພວກເຈົ້າຈະເຫັນ ... ພວກເຂົາຈະເຫັນ

ນີ້ຫມາຍເຖິງທ່ານຜູ້ຊົມໂດຍ "ດວງຕາ" ຂອງພວກເຂົາ. ອາດແປໄດ້ອີກວ່າ: "ພວກເຈົ້າຈະເຫັນ ... ພວກເຈົ້າຈະເບິ່ງເຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ກະສັດຜູ້ຊົງສະງ່າງາມ

ຊຸດຄຸມທາງການຂອງກະສັດ ຖືກອ້າງອິງເຫມືອນວ່າ "ຄວາມສະງ່າງາມຂອງພະອົງ." ອາດແປໄດ້ອີກວ່າ: "ກະສັດໃນຊຸດຄຸມອັນສະງ່າງາມຂອງພະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຫົວໃຈຂອງເຈົ້າຈະລະລຶກເຖິງຄວາມຢ້ານກົວນັ້ນ

ນີ້ຫມາຍເຖິງທ່ານຜູ້ຊົມໂດຍຄຳວ່າ "ຫົວໃຈ" ຂອງພວກເຂົາ. "ຄວາມຢ້ານກົວ" ຫມາຍເຖິງສົງຄາມຂອງພວກເຂົາກັບຊາວອັດຊີເຣຍ. ນີ້ສາມາດຖືກລະບູໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ພວກເຈົ້າຈື່ຈຳຄວາມຢ້ານກົວທີ່ຊາວອັດຊີເຣຍເຮັດກັບພວກເຈົ້າ ເມື່ອພວກເຂົາໄດ້ບຸກໂຈມຕີນັ້ນ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-explicit]])

ນັກຂຽນຢູ່ບ່ອນໃດ, ຄົນທີ່ຊັ່ງຈຳນວນເງິນຢູ່ບ່ອນໃດ? ຄົນນັບຈຳນວນຫໍຄອຍເຫລົ່ານັ້ນຢູ່ບ່ອນໃດ?

ຄຳຖາມທີ່ບໍ່ຫວັງຄຳຕອບເຫລົ່ານີ້ຖືກຖາມເພື່ອເນັ້ນວ່າ ຂ້າຣາຊະການຊາວອັດຊີເຣຍຫມົດໄປແລ້ວ. ຄຳຖາມເຫລົ່ານີ້ສາມາດຖືກຂຽນໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: " ຂ້າຣາຊະການຊາວອັດຊີເຣຍຜູ້ທີ່ນັບເງິນພາສີອາກອນ ທີ່ພວກເຮົາຖືກບັງຄັບໃຫ້ຈ່າຍແກ່ພວກເຂົາໄດ້ຫາຍໄປແລ້ວ! ຄົນເຫລົ່ານັ້ນທີ່ນັບຫໍຄອຍທັງຫລາຍຂອງພວກເຮົາໄດ້ຈາກໄປແລ້ວ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທີ່ຊັ່ງຈຳນວນເງິນ

ເງິນເປັນໂລຫະທີ່ມີຄ່າ; ຄຸນຄ່າຂອງມັນຖືກຊັ່ງໂດຍຊີງຊັ່ງນໍ້າຫນັກ.

ຊົນຊາດທີ່ມີພາສາແປກໆອອກໄປ

"ປະຊາຊົນຜູ້ທີ່ເວົ້າກັບຄົນເປັນພາສາແປກໆອອກໄປ"

ເຂົ້າໃຈ

"ເຂົ້າໃຈ"