lo_tn/isa/14/26.md

3.7 KiB

ຂໍ້ມູນທົ່ວໄປ:

ອາດຈະເປັນເອຊາຢາກຳລັງເວົ້າ ຫລື ມັນອາດເປັນພຣະຢາເວເວົ້າເອງ.

ນີ້ເປັນແຜນງານທີ່ໄດ້ວາງໄວ້ແລ້ວຕໍ່ແຜ່ນດິນໂລກທັງຫມົດ

ແນວຄວາມຄິດຂອງ "ການຕັ້ງໃຈ" ສາມາດສະແດງໃຫ້ເຫັນເປັນຄຳກິລິຍາໄດ້. ນີ້ແມ່ນແຜນການທີ່ ພຣະເຈົ້າຕັ້ງໃຈສຳລັບແຜ່ນດິນໂລກທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ແລະ ນີ້ເປັນມືທີ່ຍົກຂຶ້ນເຫນືອຊົນຊາດທັງຫລາຍ

ພຣະເຈົ້າພ້ອມຈະລົງໂທດຊົນຊາດທັງຫລາຍ ຖືກເວົ້າເຫມືອນກັບວ່າ ພຣະອົງໄດ້ຊົງຍົກມືຂອງພຣະອົງ ເພື່ອຕີພວກເຂົາ. ຄຳວ່າ "ມື" ອາດຍັງເປັນຕົວແທນເຖິງຣິດອຳນາດຂອງພຣະອົງ. ອາດແປໄດ້ອີກວ່າ: "ແລະນີ້ແມ່ນຣິດອຳນາດຂອງພຣະຢາເວ ເພື່ອລົງໂທດຊົນຊາດທັງຫມົດ" ຫລື "ນີ້ແມ່ນວິທີທີ່ພຣະຢາເວຈະລົງໂທດຊົນຊາດຕ່າງໆ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ໃຜຈະຢຸດຢັ້ງພຣະອົງໄດ້?

ຄຳຖາມນີ້ ເນັ້ນຫນັກໃຫ້ເຫັນວ່າ ບໍ່ມີໃຜສາມາດຢຸດຢັ້ງພຣະຢາເວໄດ້. ອາດແປໄດ້ອີກວ່າ: "ບໍ່ມີໃຜສາມາດຢຸດຢັ້ງພຣະອົງໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະຢາເວຈອມໂຢທາ

ການແປເຫມືອນກັນໃນ 1:9.

ມືຂອງພຣະອົງໄດ້ຍົກຂຶ້ນແລ້ວ

ການເປັນຕົວແທນນີ້ທີ່ພຣະຢາເວນັ້ນ ພ້ອມທີ່ຈະລົງໂທດຊົນຊາດຕ່າງໆ. ອາດແປໄດ້ອີກວ່າ: "ພຣະອົງພ້ອມທີ່ຈະລົງໂທດພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຜຈະເຮັດໃຫ້ມືນັ້ນກັບມາໄດ້?

ຄຳຖາມນີ້ຖືກໃຊ້ເພື່ອເວົ້າວ່າບໍ່ໃຜສາມາດຫັນພຣະຫັດຂອງພຣະເຈົ້າກັບມາໄດ້. ການຫັນພຣະຫັດຂອງພຣະເຈົ້າກັບມາ ເປັນຕົວແທນເຖິງການຢຸດຢັ້ງພຣະອົງຈາກລົງໂທດຊົນຊາດຕ່າງໆ. ອາດແປໄດ້ອີກວ່າ: "ບໍ່ມີໃຜທີ່ສາມາດຫັນມັນກັບມາໄດ້." ຫລື "ບໍ່ມີໃຜສາມາດຢຸດພຣະອົງຈາກລົງໂທດພວກເຂົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]])