lo_tn/gen/06/01.md

3.1 KiB

ສິ່ງນີ້ໄດ້ເກີດຂຶ້ນ

ວະລີນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍເຖີງຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການເວົ້າສິ່ງນີ້, ທ່ານສາມາດພິຈາລະນານຳໃຊ້ຢູ່ນີ້ກໍໄດ້.

ໃຫ້ກຳເນີດລູກສາວທັງຫລາຍແກ່ພວກເຂົາ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ບັນດາເມຍໄດ້ເກີດລູກສາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ລູກຊາຍທັງຫລາຍຂອງພຣະເຈົ້າ

ຜູ້ແປສາມາດເພີ່ມຄຳເວົ້າທີ່ວ່າ: "ມັນບໍ່ຈະແຈ້ງວ່າສິ່ງນີ້ຫມາຍເຖິງມະນຸດເທິງສະຫວັນ ຫລື ມະນຸດສະໂລກ. ໃນກໍລະນີໃດກໍ່ຕາມ, ພວກເຂົາແມ່ນມະນຸດທີ່ພຣະເຈົ້າໄດ້ສ້າງ. "ບາງຄົນເຊື່ອວ່າຄຳເວົ້າເຫລົ່ານີ້ ຫມາຍເຖິງເທວະດາທີ່ກະບົດຕໍ່ພຣະເຈົ້າ, ນັ້ນແມ່ນວິນຍານຊົ່ວ ຫລື ຜີປີສາດ. ບາງຄົນຄິດວ່າສິ່ງນີ້ອາດຫມາຍເຖິງ ຜູ້ປົກຄອງການເມືອງທີ່ມີອຳນາດ, ແລະ ບາງຄົນຄິດວ່າສິ່ງນີ້ອາດຫມາຍ ເຖິງລູກຫລານຂອງເຊດ.

ວິນຍານຂອງເຮົາ

ທີ່ນີ້ພຣະຢາເວໄດ້ເວົ້າກ່ຽວກັບພຣະອົງເອງ ແລະ ຈິດວິນຍານຂອງພຣະອົງ, ຊຶ່ງເປັນຈິດວິນຍານຂອງພຣະເຈົ້າ.

ເນື້ອຫນັງ

ນີ້ຫມາຍຄວາມວ່າພວກເຂົາມີຮ່າງກາຍ ຊຶ່ງມື້ຫນຶ່ງຈະຕາຍ.

ພວກເຂົາຈະມີອາຍຸພຽງ 120 ປີ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອາຍຸຍືນສະເລ່ຍຂອງຄົນເຮົາຈະຫລຸດລົງເຖິງ 120 ປີ. ອາດແປໄດ້ອີກວ່າ: "ພວກເຂົາຈະບໍ່ມີຊີວິດຢູ່ຫຼາຍກວ່າ 120 ປີ" ຫລື 2) ໃນ 120 ປີທຸກຄົນຈະຕາຍ. ອາດແປໄດ້ອີກວ່າ: "ພວກເຂົາຈະມີຊີວິດພຽງແຕ່ 120 ປີເທົ່ານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)