lo_tn/gen/06/01.md

24 lines
3.1 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ສິ່ງນີ້ໄດ້ເກີດຂຶ້ນ
ວະລີນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍເຖີງຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການເວົ້າສິ່ງນີ້, ທ່ານສາມາດພິຈາລະນານຳໃຊ້ຢູ່ນີ້ກໍໄດ້.
# ໃຫ້ກຳເນີດລູກສາວທັງຫລາຍແກ່ພວກເຂົາ
ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ບັນດາເມຍໄດ້ເກີດລູກສາວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ລູກຊາຍທັງຫລາຍຂອງພຣະເຈົ້າ
ຜູ້ແປສາມາດເພີ່ມຄຳເວົ້າທີ່ວ່າ: "ມັນບໍ່ຈະແຈ້ງວ່າສິ່ງນີ້ຫມາຍເຖິງມະນຸດເທິງສະຫວັນ ຫລື ມະນຸດສະໂລກ. ໃນກໍລະນີໃດກໍ່ຕາມ, ພວກເຂົາແມ່ນມະນຸດທີ່ພຣະເຈົ້າໄດ້ສ້າງ. "ບາງຄົນເຊື່ອວ່າຄຳເວົ້າເຫລົ່ານີ້ ຫມາຍເຖິງເທວະດາທີ່ກະບົດຕໍ່ພຣະເຈົ້າ, ນັ້ນແມ່ນວິນຍານຊົ່ວ ຫລື ຜີປີສາດ. ບາງຄົນຄິດວ່າສິ່ງນີ້ອາດຫມາຍເຖິງ ຜູ້ປົກຄອງການເມືອງທີ່ມີອຳນາດ, ແລະ ບາງຄົນຄິດວ່າສິ່ງນີ້ອາດຫມາຍ ເຖິງລູກຫລານຂອງເຊດ.
# ວິນຍານຂອງເຮົາ
ທີ່ນີ້ພຣະຢາເວໄດ້ເວົ້າກ່ຽວກັບພຣະອົງເອງ ແລະ ຈິດວິນຍານຂອງພຣະອົງ, ຊຶ່ງເປັນຈິດວິນຍານຂອງພຣະເຈົ້າ.
# ເນື້ອຫນັງ
ນີ້ຫມາຍຄວາມວ່າພວກເຂົາມີຮ່າງກາຍ ຊຶ່ງມື້ຫນຶ່ງຈະຕາຍ.
# ພວກເຂົາຈະມີອາຍຸພຽງ 120 ປີ
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອາຍຸຍືນສະເລ່ຍຂອງຄົນເຮົາຈະຫລຸດລົງເຖິງ 120 ປີ. ອາດແປໄດ້ອີກວ່າ: "ພວກເຂົາຈະບໍ່ມີຊີວິດຢູ່ຫຼາຍກວ່າ 120 ປີ" ຫລື 2) ໃນ 120 ປີທຸກຄົນຈະຕາຍ. ອາດແປໄດ້ອີກວ່າ: "ພວກເຂົາຈະມີຊີວິດພຽງແຕ່ 120 ປີເທົ່ານັ້ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-numbers]])