lo_tn/ezk/30/01.md

3.8 KiB

ຂໍ້​ມູນ​ທົ່ວ​ໄປ:

​ເອ​ເຊ​ກຽນ​ບອກ​​ຂ່າວ​ສານກ່ຽວ​ກັບ​ສິ່ງ​ທີ່​ພ​ຣະ​ຢາ​ເວ​ໄດ້​ເອົາ​ໃຫ້​ລາວ.

ພຣະ­ທັມ​ຂອງ​ພຣະຢາເວ​ມາ​ເຖິງ​

"ພ​ຣະ​ຢາ​ເວ​ໄດ້​ກ່າວ​ຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ." ເບິ່ງວິ​ທີ​ການ​ແປ​ເພີ່ມ​ເຕີມ​ນີ້​ຢູ່​ໃນ 1:1. (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-idiom)

ບຸດ​ແຫ່ງ​ມະ­ນຸດ​ເອີຍ

​ເບິ່ງວິ​ທີ​ການ​ແປ​ນີ້​ຢູ່​ໃນ 2:1.

ຈົ່ງກ່າວ­ຄຳທຳນວາຍ

​ເບິ່ງວິ​ທີ​ການ​ແປ​ນີ້​ຢູ່​ໃນ EZK 21:8.

ໄຫ້​ຄໍ່າຄວນ

"ຮ້ອງ​ໄຫ​້​ອອກ​ມາ​ດ້ວຍ​ຄວາມ​ໂສກ​ເສົ້າ" ຄຳ​ສັ່ງ​ນີ້​ສຳ​ລັບ​ປະ​ເທດ​ເອ​ຢິບ ​ແລະ ​ປະ​ເທດ​ທີ່​ຢູ່​ອ້ອມ​ຮອບ​ເອ​ຢິບ.

ອະ​ນິດ​ຈັງ​ ຄືວັນທີ່ກຳລັງມາ

"ໃນ​ມື້​ນັ້ນ​ມັນ​ຈະ​ເປັນ​ຕາ​ຢ້ານ​ຫລາຍ" ຫລື "ຈະ​ມີ​ສິ່ງ​ທີ່​ບໍ່​ດີ​ຫລາຍ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ"

ວັນນັ້ນ​ໃກ້​ເຂົ້າ​ມາ​ແລ້ວ

ມັນ​​​ຫມາຍຄວາມ​ວ່າ "ມື້​ນັ້ນ" ​ເປັນ​ເວ​ລາ​ທີ່​ຄົນ​ອາດ​ຈະ​ຮ້ອງ​ໄຫ້​ຄ່ຳ​ຄວນ. ອາດ​ແປ​ໄດ້​ອີກວ່າ: "ອີກ​ບໍ່​ດົນ​ມັນ​ຈະ​ເປັນ​ມື້​ທີ່​ເຈົ້າ​ຈະ​ຮ້ອງ​ໄຫ້​ຄ່ຳ​ຄວນ." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-explicit)

ວັນ​ແຫ່ງ​ພຣະ­ຢາເວ​ໃກ້​ເຂົ້າ​ມາແລ້ວ

​​ຫມາຍຄວາມ​ວ່າໃນມື້​ນັ້ນ, ພ​ຣະ​ຢາ​ເວ​ຈະ​ລົງ​ໂທດ​ປະ​ຊາ​ຊົນ. ອາດ​ແປ​ໄດ້​ອີກວ່າ: "ອີກ​ບໍ່​ດົນ​ໃນ​ວັນນັ້ນທີ່​ພ​ຣະ​ຢາ​ເວ​ ຈະ​ລົງ​ໂທດ​ປະ​ຊາ​ຊົນ."

ມື້​ທີ່​ມີ​ເມກ

​​ອາດ​ແປ​ໄດ້​ອີກວ່າ: "ອາດ​ຈະ​ເປັນ​ມື້​ທີ່​ມີ​ເມກ​​ມືດ" ຫລື "ມັນ​ຈະ​ເປັນ​ຕາ​ຢ້ານ​ຄ້າຍ​ຄື​ກັບ​ເມກ​ທີ່​ມືດ." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-metaphor).

ເປັນ​ເວ­ລາແຫ່ງຄວາມພິນາດ​ຂອງ​ປະ­ຊາ­ຊາດ.

​​​ອາດ​ແປ​ໄດ້​ອີກວ່າ: "ເປັນ​ເວ​ລາ​ທີ່​ສິ່ງ​ທີ່​ບໍ່​ດີ​ຈະ​ເກີດ​ຂຶ້ນ​ຕໍ່​ປະ​ຊາ​ຊາດ" ຫລື "ມັນ​ເປັນ​ເວ​ລາ​ທີ່​ປະ​ຊາ​ຊາດ​​ປະ​ຊາ​ຊາດຈະ​ປະ​ເຊີນ​ກັບຄວາມ​ທ​ຸກ​ລຳ​ບາກ"