lo_tn/deu/19/17.md

3.3 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ.

ດັ່ງນັ້ນຊາຍທັງສອງ ຄືຄົນທີ່ກຳລັງມີຂໍ້ພິພາກຕໍ່ກັນນັ້ນ

"ຜູ້ທີ່ບໍ່ເຫັນດີນຳກັນ"

ຈະຕ້ອງຢືນຢູ່ຕໍ່ຫນ້າພຣະພັກພຣະຢາເວ, ຕໍ່ ຫນ້າປະໂລຫິດທັງຫລາຍ,ເເລະຜູ້ປົກຄອງທັງຫລາຍ

ໃນນີ້ຫມາຍຄວາມວ່າທັງສອງຄົນຕ້ອງໄປທີ່ພະວິຫານບ່ອນທີ່ມີການສະຖິດຢູ່ຂອງພຣະເຈົ້າ. ທີ່ພະວິຫານແມ່ນປະໂລຫິດ ແລະຜູ້ປົກຄອງທີ່ມີສິດອຳນາດໃນການຕັດສິນໃຈດ້ານກົດຫມາຍສຳລັບພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຢືນຢູ່ຕໍ່ຫນ້າພຣະພັກພຣະຢາເວ, ຕໍ່ຫນ້າປະໂລຫິດທັງຫລາຍ,ເເລະຜູ້ພິພາກສາທັງຫລາຍ

ປະໂຫຍກທີ່ວ່າ "ຢືນຢູ່ຕໍ່ໜ້າ" ແມ່ນຄຳເວົ້າຫຍໍ້. ມັນຫມາຍຄວາມວ່າຈະໄປຫາຜູ້ໃດຜູ້ຫນຶ່ງທີ່ມີສິດອຳນາດ ແລະໃຫ້ຜູ້ນັ້ນຕັດສິນດ້ານກົດຫມາຍກ່ຽວກັບເລື່ອງໃດຫນຶ່ງນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ພິພາກສາທັງຫລາຍຕ້ອງເຮັດການໄຕ່ຕອງຢ່າງລະອຽດ

"ຜູ້ພິພາກສາຕ້ອງເຮັດວຽກຢ່າງຫນັກເພື່ອຕັດສິນສິ່ງທີ່ເກີດຂຶ້ນ"

ດັ່ງນັ້ນສິ່ງທີ່ພວກທ່ານຕ້ອງເຮັດເເກ່ເຂົາຄື: ເຮັດໃນສິ່ງທີ່ເຂົາປາຖະຫນາເຮັດຕໍ່ພີ່ນ້ອງຂອງພວກເຂົາ

"ຫລັງຈາກນັ້ນທ່ານຕ້ອງລົງໂທດພະຍານທີ່ບໍ່ຖືກຕ້ອງໃນແບບດຽວກັບທີ່ເຂົາຕ້ອງການໃຫ້ທ່ານລົງໂທດຄົນອື່ນ"

ພວກທ່ານຈະກຳຈັດຄົນຊົ່ວອອກໄປຈາກທ່າມກາງພວກທ່ານ

ຄຳນາມທີ່ເປັນນາມມະທຳ "ຄວາມຊົ່ວຮ້າຍ" ສາມາດຖືກກ່າວເປັນຄຳຄຸນນາມ. ອາດແປໄດ້ອີກວ່າ: "ໂດຍການລົງໂທດພະຍານທີ່ບໍ່ຖືກຕ້ອງ, ທ່ານຈະຢຸດການກະທຳທີ່ຊົ່ວຮ້າຍນີ້ພາຍໃນຊົນຊາດຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)