# ຂໍ້ມູນທົ່ວໄປ: ໂມເຊສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ. # ດັ່ງນັ້ນຊາຍທັງສອງ ຄືຄົນທີ່ກຳລັງມີຂໍ້ພິພາກຕໍ່ກັນນັ້ນ "ຜູ້ທີ່ບໍ່ເຫັນດີນຳກັນ" # ຈະຕ້ອງຢືນຢູ່ຕໍ່ຫນ້າພຣະພັກພຣະຢາເວ, ຕໍ່ ຫນ້າປະໂລຫິດທັງຫລາຍ,ເເລະຜູ້ປົກຄອງທັງຫລາຍ ໃນນີ້ຫມາຍຄວາມວ່າທັງສອງຄົນຕ້ອງໄປທີ່ພະວິຫານບ່ອນທີ່ມີການສະຖິດຢູ່ຂອງພຣະເຈົ້າ. ທີ່ພະວິຫານແມ່ນປະໂລຫິດ ແລະຜູ້ປົກຄອງທີ່ມີສິດອຳນາດໃນການຕັດສິນໃຈດ້ານກົດຫມາຍສຳລັບພຣະຢາເວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ຢືນຢູ່ຕໍ່ຫນ້າພຣະພັກພຣະຢາເວ, ຕໍ່ຫນ້າປະໂລຫິດທັງຫລາຍ,ເເລະຜູ້ພິພາກສາທັງຫລາຍ ປະໂຫຍກທີ່ວ່າ "ຢືນຢູ່ຕໍ່ໜ້າ" ແມ່ນຄຳເວົ້າຫຍໍ້. ມັນຫມາຍຄວາມວ່າຈະໄປຫາຜູ້ໃດຜູ້ຫນຶ່ງທີ່ມີສິດອຳນາດ ແລະໃຫ້ຜູ້ນັ້ນຕັດສິນດ້ານກົດຫມາຍກ່ຽວກັບເລື່ອງໃດຫນຶ່ງນັ້ນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]]) # ຜູ້ພິພາກສາທັງຫລາຍຕ້ອງເຮັດການໄຕ່ຕອງຢ່າງລະອຽດ "ຜູ້ພິພາກສາຕ້ອງເຮັດວຽກຢ່າງຫນັກເພື່ອຕັດສິນສິ່ງທີ່ເກີດຂຶ້ນ" # ດັ່ງນັ້ນສິ່ງທີ່ພວກທ່ານຕ້ອງເຮັດເເກ່ເຂົາຄື: ເຮັດໃນສິ່ງທີ່ເຂົາປາຖະຫນາເຮັດຕໍ່ພີ່ນ້ອງຂອງພວກເຂົາ "ຫລັງຈາກນັ້ນທ່ານຕ້ອງລົງໂທດພະຍານທີ່ບໍ່ຖືກຕ້ອງໃນແບບດຽວກັບທີ່ເຂົາຕ້ອງການໃຫ້ທ່ານລົງໂທດຄົນອື່ນ" # ພວກທ່ານຈະກຳຈັດຄົນຊົ່ວອອກໄປຈາກທ່າມກາງພວກທ່ານ ຄຳນາມທີ່ເປັນນາມມະທຳ "ຄວາມຊົ່ວຮ້າຍ" ສາມາດຖືກກ່າວເປັນຄຳຄຸນນາມ. ອາດແປໄດ້ອີກວ່າ: "ໂດຍການລົງໂທດພະຍານທີ່ບໍ່ຖືກຕ້ອງ, ທ່ານຈະຢຸດການກະທຳທີ່ຊົ່ວຮ້າຍນີ້ພາຍໃນຊົນຊາດຂອງທ່ານ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-abstractnouns]])