lo_tn/deu/01/26.md

3.0 KiB

ຂໍ້ມູນທົ່ວໄປ:

ໂມເຊໄດ້ສືບຕໍ່ຕັກເຕືອນປະຊາຊົນອິດສະຣາເອນກ່ຽວກັບສິ່ງທີ່ຊາວອິດສະຣາເອນລຸ້ນກ່ອນໄດ້ເຮັດ.

ທ່ານປະຕິເສດທີ່ຈະໂຈມຕີ

ພຣະເຈົ້າໄດ້ສັ່ງໃຫ້ຊາວອິດສະຣາເອນໂຈມຕີ ແລະ ທຳລາຍຄົນອາໂມຣິດ, ແຕ່ຊາວອິດສະຣາເອນມີຄວາມຢ້ານກົວ ແລະບໍ່ຍອມຕໍ່ສູ້ພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໄວ້ໃນມືຂອງຄົນອາໂມຣິດ

ທີ່ນີ້ “ຢູ່ໃນກຳມື” ຫມາຍຄວາມວ່າຈະມອບອຳນາດໃຫ້ຄົນອາໂມໄລເຫນືອພວກເຂົາ. ອາດແປໄດ້ອີກວ່າ: "ເຂົ້າໄປໃນອຳນາດຂອງຊາວອາໂມໄລ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຮົາສາມາດໄປທີ່ໃດໃນເວລານີ້?

ນີ້ແມ່ນຄຳຖາມທີ່ເນັ້ນຫນັກວ່າພວກເຂົາຢ້ານຫລາຍປານໃດ. ຄຳຖາມແບບໂວຫານນີ້ສາມາດແປເປັນຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ພວກເຮົາບໍ່ມີບ່ອນໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໄດ້ເຮັດໃຫ້ຫົວໃຈສະຫລາຍ

ຫມາຍຄວາມວ່າພວກເຂົາຢ້ານກົວ. ອາດແປໄດ້ອີກວ່າ: "ເຮັດໃຫ້ພວກເຮົາມີຄວາມຢ້ານກົວຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເເລະ ມີກຳລັງຫລາຍຈົນເຖິງສະຫວັນ

ນີ້ແມ່ນການເວົ້າເກີນຄວາມຈິງ ທີ່ເນັ້ນຫນັກວ່າປະຊາຊົນຢ້ານກົວຫລາຍປານໃດ ເພາະວ່າບັນດາມືອງຕ່າງໆມີຂະໜາດໃຫຍແລະເຂັ້ມແຂງຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ພວກລູກຊາຍຂອງອານາຄິມ

ນີ້ແມ່ນລູກຫລານຂອງປະຊາຊົນອານາກ ທີ່ມີຈຳນວນຫລວງຫລາຍ ແລະຄວາມຮຸນແຮງ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/translate-names]])