lo_tn/3jn/01/05.md

4.0 KiB

ຂໍ້ມູນເຊື່ອມຕໍ່

ຈຸດປະສົງໃນການຂຽນຈົດຫມາຍສະບັບນີ້ຂອງໂຢຮັນແມ່ນເພື່ອຍ້ອງຍໍຄາໂຢໃນວິທີທີ່ລາວເບິ່ງແຍງຄູສອນພຣະຄຳພີທີ່ໄດ້ເດີນທາງໄປ; ຫຼັງຈາກນັ້ນ ໂຢຮັນໄດ້ກ່າວກ່ຽວກັບສອງຄົນ, ຊາຕານໂຕໜຶ່ງ ແລະ ຄົນດີຫນຶ່ງຄົນ.

ຂໍ້ມູນທົ່ວໄປ

ໃນທີ່ນີ້ຄຳວ່າ "ພວກເຮົາ" ຫມາຍເຖິງໂຢຮັນ ແລະ ຜູ້ທີ່ຢູ່ກັບລາວ ແລະ ອາດລວມເອົາຜູ້ທີ່ເຊື່ອທັງຫມົດ. (ເບິ່ງ: rc://*/ta/man/translate/figs-inclusive)

ທ່ານທີ່ຮັກເອີຍ

ຄໍານີ້ໄດ້ຖືກນຳໃຊ້ເປັນຄຳສັບແຫ່ງຄວາມຮັກທີ່ມີຕໍ່ບັນດາພີ່ນ້ອງຮ່ວມຄວາມເຊື່ອ.

ສະແດງເຖິງຄວາມຈົງຮັກພັກດີຂອງທ່ານ

"ທ່ານໄດ້ກະທໍາຢ່າງສັດຊື່ຕໍ່ກັບພຣະເຈົ້າ" ຫລື "ທ່ານຈົ່ງຮັກພັກດີຕໍ່ພຣະເຈົ້າ"

ສະຫລະເຫື່ອແຮງໃຫ້ພວກພີ່ນ້ອງເປັນຕົ້ນວ່າໃຫ້ແຂກທີ່ມາເຮືອນ

"ຊ່ວຍເຫຼືອເພື່ອນຮ່ວມຄວາມເຊື່ອ ແລະ ຄົນທີ່ທ່ານບໍ່ຮູ້".

ເຂົາເຫລົ່ານັ້ນໄດ້ເປັນພະຍານຕໍ່ຄຣິສຕະຈັກ, ໃນເລື່ອງຄວາມຮັກຂອງທ່ານ

"ຄົນແປກຫນ້າ, ຜູ້ທີ່ໄດ້ບອກຜູ້ທີ່ເຊື່ອໃນຄຣິສຕະຈັກກ່ຽວກັບວິທີທີ່ທ່ານໄດ້ຮັກພວກເຂົາ".

ຖ້າທ່ານຈະຊ່ວຍສົ່ງເຂົາເຫລົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ ທ່ານກໍເຮັດດີ

"ຂ້າພະເຈົ້າກຳລັງຮ້ອງຂໍໃຫ້ທ່ານສົ່ງພວກເຂົາໄປ".

ເພາະການທີ່ພວກເຂົາອອກໄປນີ້ກໍເພື່ອເຫັນແກ່ພຣະນາມຂອງພຣະອົງ

ໃນທີ່ນີ້ຄໍາວ່າ "ພຣະນາມ" ຫມາຍເຖິງພຣະເຢຊູ. ອາດເວົ້າໄດ້ອີກວ່າ: "ເພາະວ່າພວກເຂົາໄດ້ອອກໄປເພື່ອບອກຜູ້ຄົນກ່ຽວກັບເລື່ອງຂອງພຣະເຢຊູ" (ເບິ່ງ: rc://*/ta/man/translate/figs-metonymy)

ໂດຍບໍ່ຮັບສິ່ງໃດ

ບໍ່ໄດ້ຮັບຂອງຂວັນເເລະຄວາມຊ່ວຍເຫລືອໃດໆ.

ຄົນຕ່າງຊາດ

ໃນນີ້ຄໍາວ່ານີ້ "ຄົນຕ່າງຊາດ" ບໍ່ພຽງແຕ່ຫມາຍຄວາມວ່າຄົນທີ່ບໍ່ແມ່ນເຊື້ອຊາດຢິວເທົ່ານັ້ນ. ເເຕ່ມັນຫມາຍເຖິງຄົນທີ່ບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູດ້ວຍ.

ເພື່ອວ່າພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ.

"ເພື່ອວ່າພວກເຮົາຈະຮ່ວມມືກັບພວກເຂົາໃນການປະກາດຄວາມຈິງຂອງພຣະເຈົ້າຕໍ່ປະຊາຊົນ".