lo_tn/3jn/01/01.md

3.6 KiB

ຂໍ້ມູນເຊື່ອມຕໍ່

ໂຢຮັນໄດ້ໃຫ້ຄໍາທັກທາຍເເກ່ຄາໂຢ.

ຂໍ້ມູນທົ່ວໄປ

ນີ້ເເມ່ນຈົດຫມາຍສ່ວນຕົວຂອງໂຢຮັນທີ່ຂຽນເຖິງຄາໂຢ. ທຸກໆກໍລະນີຂອງຄໍາວ່າ "ເຈົ້າ" ແລະ "ຂອງເຈົ້າ" ໝາຍເຖິງ ຄາໂຢ ແລະເປັນຄຳນາມ.

ຜູ້ເຖົ້າແກ່

ຄໍານີ້ຫມາຍເຖິງ ໂຢຮັນ, ອັກຄະສາວົກ ແລະ ສາວົກຂອງພຣະເຍຊູ. ເພິ່ນກ່າວເຖິງຕົວເອງວ່າເປັນ "ຜູ້ເຖົ້າແກ່" ບໍ່ວ່າຈະເປັນຍ້ອນອາຍຸຂອງເພິ່ນ ຫລື ຍ້ອນວ່າລາວເປັນຜູ້ນຳໃນຄຣິດຕະຈັກ. ຊື່ຂອງຜູ້ຂຽນສາມາດເວົ້າໄດ້ຢ່າງຈະແຈ້ງວ່າ: "ຂ້າພະເຈົ້າ, ໂຢຮັນຜູ້ເຖົ້າແກ່, ກຳລັງຂຽນ". (ເບິ່ງ: rc://*/ta/man/translate/figs-explicit)

ຄາໂຢ

ນີ້ແມ່ນເພື່ອນຮ່ວມຄວາມເຊື່ອທີ່ໂຢຮັນກຳລັງຂຽນຈົດຫມາຍສະບັບນີ້ເຖິງ.

ຜູ້ຊື່ງທີ່ຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ

"ຜູ້ຊື່ງທີ່ຂ້າພະເຈົ້າຮັກຢ່າງເເທ້ຈິງ".

ຂໍໃຫ້ທ່ານຈະເລີນດີຂຶ້ນໃນທຸກສິ່ງແລະມີສຸຂະພາບແຂງແຮງ

ຂໍໃຫ້ທ່ານກະທໍາໃນທຸກໆສິ່ງໄດ້ດີ ແລະ ມີສຸຂະພາບທີ່ແຂງແຮງ.

ເໝືອນຢ່າງຈິດວິນຍານຂອງທ່ານທີ່ຈະເລີນດີຢູ່ນັ້ນ

ຄືກັນກັບທີ່ທ່ານມີຈິດວິນຍານທີ່ເຂັ້ມເເຂງ.

ພີ່ນ້ອງບາງຄົນ

"ບັນດາຜູ້ທີ່ເຊື່ອ"

ເປັນພະຍານເຖິງຄວາມສັດຈິງຂອງທ່ານ, ເຫມືອນຢ່າງທ່ານໄດ້ປະຕິບັດຕາມຄວາມສັດຈິງນັ້ນ

ບອກຂ້າພະເຈົ້າວ່າເຈົ້າກຳລັງດຳເນີນຊີວິດຕາມຄວາມຈິງຂອງພຣະເຈົ້າ. (ເບິ່ງ: rc://*/ta/man/translate/figs-metaphor)

ລູກທັງຫລາຍ

ໂຢຮັນກ່າວກ່ຽວກັບຄົນທີ່ລາວສອນໃຫ້ເຊື່ອໃນພຣະເຢຊູຄືກັບວ່າພວກເຂົາເປັນລູກຂອງຕົວເອງ. ສິ່ງນີ້ເນັ້ນຫນັກໃຫ້ດຫັນເຖິງຄວາມຮັກ ແລະ ຄວາມເປັນຫ່ວງຂອງໂຢຮັນທີ່ມີຕໍ່ພວກເຂົາ. ມັນອາດຈະແມ່ນວ່າໂຢຮັນເອງທີ່ໄດ້ນໍາພາພວກເຂົາມາເຖິງພຣະຜູ້ເປັນເຈົ້າ. ອາດເເປໄດ້ອີກຢ່າງ: "ບຸດຝ່າຍວິນຍານຂອງຂ້າພະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)