# ຂໍ້ມູນເຊື່ອມຕໍ່ ໂຢຮັນໄດ້ໃຫ້ຄໍາທັກທາຍເເກ່ຄາໂຢ. # ຂໍ້ມູນທົ່ວໄປ ນີ້ເເມ່ນຈົດຫມາຍສ່ວນຕົວຂອງໂຢຮັນທີ່ຂຽນເຖິງຄາໂຢ. ທຸກໆກໍລະນີຂອງຄໍາວ່າ "ເຈົ້າ" ແລະ "ຂອງເຈົ້າ" ໝາຍເຖິງ ຄາໂຢ ແລະເປັນຄຳນາມ. # ຜູ້ເຖົ້າແກ່ ຄໍານີ້ຫມາຍເຖິງ ໂຢຮັນ, ອັກຄະສາວົກ ແລະ ສາວົກຂອງພຣະເຍຊູ. ເພິ່ນກ່າວເຖິງຕົວເອງວ່າເປັນ "ຜູ້ເຖົ້າແກ່" ບໍ່ວ່າຈະເປັນຍ້ອນອາຍຸຂອງເພິ່ນ ຫລື ຍ້ອນວ່າລາວເປັນຜູ້ນຳໃນຄຣິດຕະຈັກ. ຊື່ຂອງຜູ້ຂຽນສາມາດເວົ້າໄດ້ຢ່າງຈະແຈ້ງວ່າ: "ຂ້າພະເຈົ້າ, ໂຢຮັນຜູ້ເຖົ້າແກ່, ກຳລັງຂຽນ". (ເບິ່ງ: [[rc://*/ta/man/translate/figs-explicit]]) # ຄາໂຢ ນີ້ແມ່ນເພື່ອນຮ່ວມຄວາມເຊື່ອທີ່ໂຢຮັນກຳລັງຂຽນຈົດຫມາຍສະບັບນີ້ເຖິງ. # ຜູ້ຊື່ງທີ່ຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ "ຜູ້ຊື່ງທີ່ຂ້າພະເຈົ້າຮັກຢ່າງເເທ້ຈິງ". # ຂໍໃຫ້ທ່ານຈະເລີນດີຂຶ້ນໃນທຸກສິ່ງແລະມີສຸຂະພາບແຂງແຮງ ຂໍໃຫ້ທ່ານກະທໍາໃນທຸກໆສິ່ງໄດ້ດີ ແລະ ມີສຸຂະພາບທີ່ແຂງແຮງ. # ເໝືອນຢ່າງຈິດວິນຍານຂອງທ່ານທີ່ຈະເລີນດີຢູ່ນັ້ນ ຄືກັນກັບທີ່ທ່ານມີຈິດວິນຍານທີ່ເຂັ້ມເເຂງ. # ພີ່ນ້ອງບາງຄົນ "ບັນດາຜູ້ທີ່ເຊື່ອ" # ເປັນພະຍານເຖິງຄວາມສັດຈິງຂອງທ່ານ, ເຫມືອນຢ່າງທ່ານໄດ້ປະຕິບັດຕາມຄວາມສັດຈິງນັ້ນ ບອກຂ້າພະເຈົ້າວ່າເຈົ້າກຳລັງດຳເນີນຊີວິດຕາມຄວາມຈິງຂອງພຣະເຈົ້າ. (ເບິ່ງ: [[rc://*/ta/man/translate/figs-metaphor]]) # ລູກທັງຫລາຍ ໂຢຮັນກ່າວກ່ຽວກັບຄົນທີ່ລາວສອນໃຫ້ເຊື່ອໃນພຣະເຢຊູຄືກັບວ່າພວກເຂົາເປັນລູກຂອງຕົວເອງ. ສິ່ງນີ້ເນັ້ນຫນັກໃຫ້ດຫັນເຖິງຄວາມຮັກ ແລະ ຄວາມເປັນຫ່ວງຂອງໂຢຮັນທີ່ມີຕໍ່ພວກເຂົາ. ມັນອາດຈະແມ່ນວ່າໂຢຮັນເອງທີ່ໄດ້ນໍາພາພວກເຂົາມາເຖິງພຣະຜູ້ເປັນເຈົ້າ. ອາດເເປໄດ້ອີກຢ່າງ: "ບຸດຝ່າຍວິນຍານຂອງຂ້າພະເຈົ້າ". (ເບິ່ງ: [[rc://*/ta/man/translate/figs-metaphor]])