lo_tn/2ki/15/29.md

4.8 KiB

ໃນລະຫວ່າງການປົກຄອງຂອງເປກາກະສັດແຫ່ງອິດສະຣາເອນ

ມັນສາມາດເວົ້າໄດ້ຢ່າງຈະແຈ້ງວ່ານີ້ຫມາຍເຖິງເວລາຂອງການປົກຄອງຂອງເປກາ. ອາດແປໄດ້ອີກວ່າ: "ໃນວັນເວລາຂອງການປົກຄອງຂອງເປກາກະສັດຂອງອິດສະຣາເອນ" ຫລື "ໃນຊ່ວງເວລາທີ່ເປກາເປັນກະສັດຂອງອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-explicit)

ຕິກ​ະລາດ​ປີ​ເລ​ເສ

ໃນ 2KI 15:19 ຊາຍຄົນນີ້ຖືກເອີ້ນວ່າ "ປູລ." (ເບິ່ງ: rc://*/ta/man/translate/translate-names)

ອີໂຢນ, ອາເບັນເບັດມາ​ອາ​ກາ, ຢາ​ໂນ​ອາ, ຄາເດັດ, ຮາ​ໂຊ, ກິ​ເລ​ອາດ, ຄາລີເລ, ນັບ​ທາ​ລີ

ນີ້ແມ່ນບັນດາຕົວເມືອງຫລືພາກພື້ນ. (ເບິ່ງ: rc://*/ta/man/translate/translate-names)

ພະ​ອົງ​ຊົງ​ໄດ້​ຕ້ອນ​ໂຮ​ມ​ປະ​ຊາ​ຊົນ​ໄປ​ເປັນ​ຊະ​ເລີຍ​ໃນ​ອັດ​ຊີ​ເຣຍ

ໃນນີ້ "ພະອົງ" ຫມາຍເຖິງ ຕິກ​ະລາດ​ປີ​ເລ​ເສ ແລະເປັນຕົວແທນໃຫ້ລາວແລະກອງທັບລາວ. ການນຳຄົນໄປອັດຊີເຣຍເປັນຕົວແທນທີ່ບັງຄັບໃຫ້ພວກເຂົາໄປປະເທດອັດຊີເຣຍ. ອາດແປໄດ້ອີກວ່າ: "ລາວແລະກອງທັບຂອງລາວບັງຄັບໃຫ້ປະຊາຊົນໄປອັດຊີເຣຍ (ເບິ່ງ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ປະ​ຊາ​ຊົນ​

ມັນສາມາດລະບຸໄດ້ຢ່າງຈະແຈ້ງວ່າຄົນເຫລົ່ານີ້ແມ່ນໃຜ. ອາດແປໄດ້ອີກວ່າ: "ປະຊາຊົນຂອງສະຖານທີ່ເຫລົ່ານັ້ນ" ຫລື "ປະຊາຊົນອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-explicit)

ໂຮເຊຢາ...ເອ​ລາ

ນີ້ແມ່ນຊື່ຂອງຜູ້ຊາຍ. (ເບິ່ງ: rc://*/ta/man/translate/translate-names)

ຮ່ວມກັນຄິດ​ກະ​ບົດ​

ການສົມຮູ້ຮ່ວມຄິດແມ່ນແຜນການລັບຂອງກຸ່ມເພື່ອເຮັດອັນຕະລາຍຕໍ່ຜູ້ໃດຜູ້ໜຶ່ງຫຼືບາງສິ່ງບາງຢ່າງ.

ລາວ​ໄດ້​ໂຄ່ນ​ລົ້ມພ​ະ​ອົງລົງ ແລະ ປຣະ​ຫານ​ພ​ະ​ອົງ

"ໂຮເຊຢາໂຈມຕີເປກາແລະຂ້າລາວ"

ຂຶ້ນເປັນກະສັດແທນ

ປະໂຫຍກທີ່ວ່າ "ໃນບ່ອນຂອງລາວ" ແມ່ນຄຳປຽບທຽບທີ່ມີຄວາມຫມາຍວ່າ "ແທນລາວ". ອາດແປໄດ້ອີກວ່າ: "ກາຍເປັນກະສັດແທນເປກາ" (ເບິ່ງ: rc://*/ta/man/translate/figs-metaphor)

ໃນປີທີຊາວແຫ່ງການປົກຄອງຂອງໂຢທາມລູກຊາຍຂອງອຸດຊີ​ຢາ

ມັນສາມາດເວົ້າໄດ້ຢ່າງຈະແຈ້ງວ່ານີ້ແມ່ນປີທີ 20 ຂອງການປົກຄອງຂອງລາວ. ອາດແປໄດ້ອີກວ່າ: "ໃນປີ 20 ຂອງການປົກຄອງຂອງໂຢທາມລູກຊາຍຂອງອຸດຊີ​ຢາ" (ເບິ່ງ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/translate-numbers]])

ມີບັນທຶກໃນຫນັງ​ສືພົງສາວະດານກະສັດແຫ່ງອິດສະຣາເອນ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທ່ານສາມາດອ່ານກ່ຽວກັບພວກມັນໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-activepassive)