lo_tn/1pe/01/13.md

3.8 KiB

ຈົ່ງຕຽມໃຈຂອງທ່ານໄວ້ໃຫ້ດີ

ຫມາຍເຖິງການຕຽມໃຈສໍາລັບງານທີ່ຍາກລໍາບາກ (ໃນຕົ້ນສະບັບພາສາອັງກິດນັ້ນໃຊ້ຄໍາວ່າ "gird up the loins of your mind" ຊຶ່ງແປຕາມໂຕໄດ້ວ່າ "ຮັດສາຍຄາດແຫ່ງຈິດໃຈຂຶ້ນ") ທີ່ມາຂອງສໍານວນດັ່ງກ່າວນັ້ນມາຈາກການທີ່ຄົນໃນສະໄຫມກ່ອນຊຶ່ງໃສ່ເສື້ອຄຸມໃຫ້ສາຍເສື້ອຄຸມຂຶ້ນມາແລ້ວໃຊ້ເຂັມຂັດຄາດແອວໄວ້ (ມັດໃຫ້ມີລັກສະນະຄ້າຍຜ້າຕາໂລ້) ເພື່ອໃຫ້ເຄື່ອນທີ່ໄປມາໄດ້ສະດວກ ດັ່ງນັ້ນຈຶ່ງສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຕຽມພ້ອມ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-idiom)

ຈົ່ງຂົ່ມໃຈ (ຄວາມຄິດ)

ສາມາດແປໄດ້ອີກຢ່າງໄດ້ວ່າ "ຄວາມຄຸມຄວາມຄິດ" ຫລື "ລະວັງໃນສິ່ງທີ່ຄິດ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-idiom)

ດັ່ງນັ້ນ

" ເພາະສິ່ງນີ້ເອງ" ເປໂຕໃຊ້ຄໍາດັ່ງກ່າວເພື່ອອ້າງເຖິງສິ່ງທີ່ເຂົາເຄີຍເວົ້າມາແລ້ວກ່ຽວກັບຄວາມລອດພົ້ນ ຄວາມເຊື່ອ ແລະການຊ່ວຍໃຫ້ລອດພົ້ນຂອງພຣະຄຣິດຊຶ່ງເປີດເຜີຍແກ່ບັນດາຜູ້ປະກາດພຣະທັມ

ຈົ່ງຂົ່ມໃຈ

ໃນທີ່ນີ້ຄໍາວ່າ "ຂົ່ມໃຈ" ຫມາຍເຖິງຄວາມຄິດຈິດໃຈທີ່ມີຄວາມແຈ່ມແຈ້ງແລະຕື່ນຕົວ ສາມາດແປອີກຢ່າງໄດ້ວ່າ "ຄວບຄຸມຄວາມຄິດຂອງທ່ານ" ຫລື "ຈົ່ງລະວັງກ່ຽວກັບສິ່ງທີ່ທ່ານຄິດ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-idiom)

ພຣະຄຸນ ເມື່ອພຣະເຢຊູຄຣິດຈະຊົງໂຜດສໍາແດງໃຫ້ແກ່ທ່ານ

ພຣະຄຸນຄືການທີ່ພຣະເຈົ້າສໍາແດງຄວາມເມດຕາຂອງພຣະອົງແກ່ບັນດາຜູ້ເຊື່ອ"ພຣະຄຸນ" ໄດ້ຮັບການກ່າວເຖິງ ເຫມືອນວັດຖຸສິ່ງຂອງ ຊຶ່ງສາມາດຍົກໃຫ້ຫລືປະທານໃຫ້ແກ່ພວກເຂົາໄດ້ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ໃນເວລາທີ່ພຣະເຢຊູຄຣິດສະເດັດມາປາກົດ

ເບິ່ງວິທີການແປໃນພຣະທັມດັ່ງກ່າວທີ່ 1PE 1:7

ຂໍຢ່າໄດ້ປະພຶດຕາມກິເລດຕັນຫາ

"ຢ່າປາຖະນາຕາມຄວາມຕ້ອງການເກົ່າ" ສາມາດແປອີກຢ່າງໄດ້ວ່າ "ຈົ່ງຢ່າດໍາເນິນຊີວິດໂດຍການທໍາຕາມໃຈປາຖະນາ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-idiom)