lo_tn/1pe/01/06.md

4.7 KiB

ທ່ານຈະດີໃຈຫລາຍສໍາລັບເລື່ອງນີ້

ຄໍາເວົ້າດັ່ງກ່າວໝາຍເຖິງການອວຍພອນໃນເລື່ອງຂອງ 1PE 01:03-05: "ທ່ານດີໃຈຫລາຍເພາະສິ່ງທີ່ພຣະເຈົ້າຊົງກະທໍາ"

ຕອນນີ້ເປັນສິ່ງຈໍາເປັນສໍາລັບທ່າທີ່ຈະຮູ້ສຶກໂສກເສົ້າ

"ຕອນນີ້ເປັນການເຫມາະສົມແລະສົມຄວນແລ້ວທີ່ທ່ານຈະຮູ້ສຶກໂສກເສົ້າ"

ມີຄ່າຫລາຍກວ່າທອງຄໍາ

"ພຣະເຈົ້າຊົງໃຫ້ຄຸນຄ່າຄວາມເຊື່ອຂອງທ່ານຍິ່ງກວ່າທອງຄໍາ"

(ທອງຄໍາ)ຊຶ່ງພິນາດແມ່ນວ່າຈະມີການທົດສອບດ້ວຍໄຟ ...ເພື່ອທົດສອບຄວາມເຊື່ອຂອງທ່ານ

"ແມ່ນວ່າທອງຄໍາຈະຖືກທົດສອບດ້ວຍໄຟ ການທົດສອບນີ້ກໍໍ່ບໍ່ໄດ້ຄົງຢູ່ຕະຫລອດໄປ"

ໃນເວລາທີ່ພຣະເຢຊູຄຣິດຈະສະເດັດມາປາກົດ

"ເມື່ອພຣະເຢຊູສະເດັດກັບມາ"

ທ່ານຈະດີໃຈຫລາຍສໍາລັບເລື່ອງນີ້

ຄໍາວ່າ "ເລື່ອງນີ້" ຫມາຍເຖິງການອວຍພອນທີ່ເປໂຕອວຍພອນກ່ອນຫນ້ານີ້ໃນພຣະທັມ 1ເປໂຕ

ນີ້ມີໄວ້ສໍາລັບການພິສູດຄວາມເຊື່ອຂອງທ່ານ

ເຊັ່ນດຽວກັບໄຟທີ່ເຮັດໃຫ້ທອງຄໍາບໍຣິສຸດ ບົດທົດສອບຂອງຄວາມທກຍາກກໍທົດສອບວ່າ ຜູ້ເຊື່ອນັ້ນວາງໃຈໃນພຣະຄຣິດຫລາຍເທົ່າໃດ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ການພິສູດຄວາມເຊື່ອຂອງທ່ານ

ພຣະເຈົ້າຊົງປາດຖະນາທີ່ຈະທົດສອບວ່າ ບັນດາຜູ້ເຊື່ອນັ້ນໄວ້ວາງໃຈໃນພຣະອົງຫລາຍນ້ອຍເທົ່າໃດ

ຄວາມເຊື່ອຂອງທ່ານຊຶ່ງມີຄ່າກວ່າທອງຄໍາຊຶ່ງພິນາດແມ່ນວ່າມີການທົດສອບດ້ວຍໄຟ

ຄວາມເຊື່ອນັ້ນມີຄ່າຍິ່ງກວ່າທອງຄໍາ ເພາະວ່າທອງຄໍານັ້ນບໍ່ໄດ້ຄົງຢູ່ຕະຫລອດໄປເປັນນິດເຖິງແມ່ນວ່າຈະຖືກທົດສອບດ້ວຍໄຟແລ້ວກໍຕາມ

ຄວາມເຊື່ອຂອງທ່ານຈະພົບວ່າ ຈະສົ່ງຜົນໃຫ້ເກີດການສັນລະເສີນ ສະຫງ່າຣາສີ ແລະ ກຽດຕິຍົດ

ຄວາມຫມາຍທີ່ເປັນໄປໄດ້ຂອງປະໂຫຍກນີ້ຄື 1) "ພຣະເຈົ້າຈະຊົງໃຫ້ກຽດທ່ານຢ່າງສູງ" ເນື່ອງດ້ວຍຄວາມເຊື່ອຂອງທ່ານ ຫລື 2) "ຄວາມເຊື່ອຈະນໍາມາຊຶ່ງການຍົກຍ້ອງສັນລະເສີນ ສະຫງ່າຣາສີ ແລະ ກຽດຕິຍົດແດ່ພຣະເຈົ້າ

ຄວາມເຊື່ອຂອງທ່ານຈະພົບວ່າຈະສົ່ງຜົນ

"ຄວາມເຊື່ອຂອງທ່ານຈະຖືກພິສູດວ່າເປັນຄວາມເຊື່ອທີ່ແທ້ຈິງລະສົ່ງຜົນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ໃນເວລາທີ່ພຣະເຢຊູຄຣິດຈະສະເດັດມາປາກົດ

ຫມາຍເຖິງການສະເດັດກັບມາຂອງພຣະຄຣິດ ສາມາດແປປະໂຫຍກດັ່ງກ່າວອີກຢ່າງຫນຶ່ງໄດ້ວ່າ "ເມື່ອພຣະເຢຊູຄຣິດປາກົດແກ່ຄົນທັງປວງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)