lo_tn/1pe/01/03.md

7.0 KiB

ພຣະເຈົ້າພຣະບິດາແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ

ຄໍາວ່າ "ຂອງເຮົາ" ແລະ "ເຮົາ" ນັ້ນ ຫມາຍເຖິງຕົວຜູ້ເວົ້າ(ເປໂຕ) ແລະຜູ້ເຊື່ອໄດ້ຮັບການກ່າວເຖິງໃນ 1PE 1:01. (ໃຫ້ເບິ່ງຢູ່ rc://*/ta/man/translate/figs-inclusive)

ຊົງໂຜດໃຫ້ເຮົາບັງເກີດໃຫມ່

ຜູ້ຂຽນໃຫ້ຮູ້ເຖິງການບັງເກີດໃໝ່ຝ່າຍຈິດວິນຍານຊຶ່ງຊົງປະທານແກ່ເຮົາຜ່ານທາງພຣະເຢຊູຄຣິດເທົ່ານັ້ນ ສາມາດແປໄດ້ອີກຢ່າງໜຶ່ງວ່າ "ພຣະອົງຊົງເຮັດໃຫ້ເຮົາມີຊີວິດຂຶ້ນໃຫມ່ອີກຄັ້ງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ສໍາລັບຄວາມເຊື່ອຫມັ້ນຂອງມໍຣະດົກ

ເຈົ້າສາມາດແປໂດຍປ່ຽນຄໍາວ່າ "ຄວາມເຊື່ອຫມັ້ນ" ເປັນກິລິຍາແທນ ປະໂຫຍກດັ່ງກ່າວສາມາດແປອີກຢ່າງໜຶ່ງໄດ້ວ່າ "ເພື່ອເຮົາຈະສາມາດຄາດຫວັງດ້ວຍຄວາມເຊື່ອໝັ້ນວ່າ ເຮົາຈະໄດ້ຮັບມໍຣະດົກ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ຊຶ່ງໄດ້ຈັດຕຽມໄວ້

"ຮັກສາໄວ້ໃຫ້ເຮົາ" ຫລື "ເກັບໄວ້ໃຫ້ເຮົາ"

ປາສະຈາກມົນທິນ

"ປາສະຈາກບາບ" ຫລື "ຊຶ່ງບາບບໍ່າມາດເຮັດຫຍັງໄດ້"

ໃນວັນສຸດທ້າຍ

"ເມື່ອພຣະຄຣິດສະເດັດກັບມາຍັງໂລກ"

ຂໍ້ມູນທົ່ວໄປ

ເປໂຕເລີ່ມກ່າວເຖິງການຊ່ວຍກູ້ແລະຄວາມເຊື່ອຂອງບັນດາຜູ້ເຊື່ອ ໃນພຣະທັມຂໍ້ນີ້ນັ້ນເຂົາໄດ້ອະທິບາຍຄວາມຫມາຍຂອງຄໍາອຸປະມາຊຶ່ງກ່າວເຖິງສິ່ງຕ່າງໆທີ່ພຣະເຈົ້າຊົງສັນຍາວ່າຈະປະທານໃຫ້ ສຶ່ງທີ່ຈະປະທານໃຫ້ນີ້ເຫມືອນກັບມໍຣະດົກຂອງພຣະອົງທີ່ຈະສືບທອດມາຍັງພວກເຂົາ

ພຣະເຈົ້າພຣະບິດາແຫ່ງອົງພຣະເຢຊູຄຣິດເຈົ້າຂອງ ...ຊົງໂຜດໃຫ້ເຮົາບັງເກີດໃຫມ່

ຄໍາວ່າ "ຂອງເຮົາ" ແລະ "ເຮົາ" ຫມາຍເຖິງເປໂຕແລະຄົນເຫລົ່ານັ້ນທີ່ເປໂຕຂຽນເຖິງ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-inclusive)

ຊົງໂຜດໃຫ້ບັງເກີດໃຫມ່

"ພຣະອົງຊົງເຮັດໃຫ້ເຮົາບັງເກີດໃຫມ່ອີກຄັ້ງໜຶ່ງ"

ມໍຣະດົກ

ການໄດ້ຮັບສຶ່ງທີ່ພຣະເຈົ້າຊົງສັນຍາວ່າ ຈະປະທານແກ່ບັນດາຜູ້ເຊື່ອນັ້ນເປັນເຫມືອນການສົ່ງຕໍ່ມໍຣະດົກ ຊຶ່ງເປັນຊັບສົມບັດຫລືຄວາມລໍ້າລວຍຈາກສະມາຊິກຄອບຄົວຄົນໃດຄົນຫນຶ່ງ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຊຶ່ງຈະບໍ່ພິນາດ ປາສະຈາກມົນທິນ ແລະບໍ່ຫ່ຽວແຫ້ງ

ເປໂຕໃຊ້ຄາເວົ້າທີ່ມີຄວາມຄ້າຍຄືກັນໃນການອະທິບາຍວ່າມໍຣະດົກທີ່ຈະໄດ້ນັ້ນເປັນສິ່ງທີ່ດີສົມບູນແລະຈະດໍາລົງຢູ່ເປັນນິດ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຊຶ່ງໄດ້ຈັດຕຽມໄວ້ໃນສະຫວັນເພື່ອທ່ານທັງຫລາຍ

ສາມາດແປໂດຍໃຫ້ປະທານປະໂຫຍກເປັນຜູ້ກະທໍາກໍໄດ້ ດັ່ງນັ້ນສາມາດແປປະໂຫຍກດັ່ງກ່າວອີກຢ່າງໜຶ່ງໄດ້ວ່າ "ພຣະເຈົ້າຊົງຈັດຕຽມມໍຣະດົກສໍາລັບທ່ານໃນສະຫວັນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ທ່ານໄດ້ຮັບການປົກປອ້ງໂດຍຣິດເດດຂອງພຣະເຈົ້າ

ສາມາດແປໂດຍໃຫ້ປະທານປະໂຫຍກເປັນຜູ້ກະທໍາກໍໄດ້ ດັ່ງນັ້ນຈຶ່ງສາມາດແປອີກຢ່າງໄດ້ວ່າ "ພຣະເຈົ້າຊົງຄຸ້ມຄອງທ່ານ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ໂດຍຣິດເດດຂອງພຣະເຈົ້າ

ໃນບໍລິບົດນັ້ນໆ ຄໍາວ່າ "ຣິດເດດ" ຫມາຍຄວາມວ່າ ພຣະເຈົ້າຊົງເຂັ້ມແຂງແລະສາມາດຄຸ້ມຄອງບັນດາຜູ້ເຊື່ອໄດ້ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ທາງຄວາມເຊື່ອ

ຄໍາວ່າ "ຄວາມເຊື່ອ" ໃນບໍລິບົດນັ້ນໆໝາຍເຖິງການທີ່ຜູ້ເຊື່ອໃນອົງພຣະຄຣິດ ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ເພາະຄວາມເຊື່ອຂອງທ່ານ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ຊຶ່ງພ້ອມທີ່ຈະປາກົດ

ສາມາດແປໂດຍໃຫ້ປະທານຂອງປະໂຫຍກເປັນຜູ້ກະທໍາ ສາມາດແປປະໂຫຍກດັ່ງກ່າວໄດ້ອີກວ່າ "ຊຶ່ງພຣະເຈົ້ານັ້ນພ້ອມທີ່ຈະສໍາແດງໃຫ້ເຫັນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)