lo_tn/1pe/01/01.md

8.4 KiB

ຂໍ້ມູນທົ່ວໄປ

ເປໂຕກໍາລັງເວົ້າເຖິງຕົນເອງ " ຂ້າພະເຈົ້າເປໂຕຜູ້ຮັບສານຈາກອົງພຣະເຢຊູຄຣິດກໍາລັງຂຽນເຖິງທ່ານທັງຫລາຍ"

ແຂວງປົນໂຕ

ໃນປະຈູບັນຄືປະເທດຕຸລາກີເຫນືອ (ໃຫ້ເບິ່ງຢູ່: rc://*/ta/man/translate/translate-unknown)

ແຂວງຄາລາເຕຍ

ປະຈຸບັນຄືປະເທດຕຸລາກີຕອນກາງຝັ່ງຕາເວັນອອກ (ໃຫ້ເບິ່ງຢູ່: rc://*/ta/man/translate/translate-unknown)

ແຂວງເອເຊຍ

ປະຈຸບັນຄືປະເທດຕຸລາກີພາກກາງຝັ່ງຕາເວັນອອກ(ໃຫ້ເບິ່ງຢູ່: rc://*/ta/man/translate/translate-unknown)

ແຂວງບີທີເນຍ

ປະຈຸບັນຄືປະເທດຕຸລາກີພາກກາງຝັ່ງຕາເວັນຕົກ (ໃຫ້ເບິ່ງຢູ່: rc://*/ta/man/translate/translate-unknown)

ແຂວງບີທີເນຍ

ປະຈຸບັນຄືປະເທດຕຸລາກີຝັ່ງຕາເວັນຕົກສ່ຽງເຫນືອ (ໃຫ້ເບິ່ງຢູ່: rc://*/ta/man/translate/translate-unknown)

ຕາມທີ່...ໄດ້ຊົງຮູ້ໄວ້ກ່ອນ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ພຣະເຈົ້່ຊົງຮູ້ເຖິງເຫດການນັ້ນໆ ກ່ອນທີ່ເຫດການນັ້ນຈະເກີດຂຶ້ນ 2) ພຣະເຈົ້າຊົງຕັດສິນໃຈໄວ້ກ່ອນແລ້ວ

ການຊໍາຣະດ້ວຍພຣະໂລຫິດຂອງພຣະອົງ

ຫມາຍເຖິງພຣະໂລຫິດຂອງພຣະເຢຊູຊຶ່ງເປັນເຫມືອນເຄື່ອງຖວາຍບູຊາ ຫລື ອາດຈະເປັນເຫມືອນຕອນທີ່ໂມເຊເອົາເລືອດຊໍາຣະປະຊາຊົນອິດສະຣາເອລ (ອຍບ 24:8) (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor).

ຂໍໃຫ້ພຣະຄຸນ...ຈົ່ງມີ...ແກ່່ທານທັງຫລາຍ

ຄໍາວ່າ "ຂໍໃຫ້ພຣະຄຸນ...ຈົ່ງມີ...ແກ່່ທານທັງຫລາຍ" ນັ້ນເປັນຄໍາກ່າວທັກທາຍທົ່ວໄປ ທີ່ຜູ້ຂຽນໃຊ້ຂຽນເຖິງຜູ້ອ່ານໃນສະໄຫມນັ້ນ ສໍາລັບພາສາອື່ນໆນັ້ນອາດຈະໃສ່ຄໍາທັກທາຍທີ່ມີຢູ່ແລ້ວ ເພື່ອໃຫ້ຄວາມຫມາຍເປັນທໍາມະຊາດຫລາຍຂຶ້ນ ສ່ວນຄໍາວ່າ "ທ່ານ" ແລະ "ຂອງທ່ານ" ນັ້ນຫມາຍເຖິງຜູ້ເຊື່ອທີ່ອາໄສຢູ່ໃນບໍລິເວນທີ່ມີການເວົ້າເຖິງໃນຕອນທໍາອິດຂອງພຣະທັມຂໍ້ນີ້

ຂໍ້ມູນທົ່ວໄປ

ເປໂຕເວົ້າເຖິງຕົນເອງໃນຖານະທີ່ເປັນຜູ້ຂຽນຈົດຫມາຍສະບັບນີ້ ຊຶ່ງຈົດຫມາຍສະບັບດັ່ງກ່າວເວົ້າແລະທັກທາຍຜູ້ເຊື່ອທີ່ເຂົາກໍາລັງຂຽນເຖິງ

ພີ່ນ້ອງຕ່າງຊາດທີ່ກະຈັດກະຈາຍໄປ

ເປໂຕກ່າວເຖິງຜູ້ອ່ານຈົດຫມາຍສະບັບນັ້ນໃນຖານະທີ່ພວກເຂົາເປັນປະຊາກອນ ຊຶ່ງອາໄສຢູ່ຫ່າງໄກຈາກບ້ານແລະກະຈັດກະຈາຍໄປປະເທດຕ່າງໆ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ແຂວງກາປາໂດເກຍ...ແຂວງບີທີເນຍ

ເຊັ່ນດຽວກັນກັບສະຖານທີ່ຫລາຍແຫ່ງທີ່ເປໂຕເວົ້າເຖິງ "ແຂວງກາປາໂດເກຍ" ແລະ "ແຂວງບີທີເນຍ" ເຄີຍເປັນຫນື່ງໃນແຂວງຂອງໂຣມ ປະຈຸບັນຕັ້ງຢູ່ປະເທດຕຸລາກີ

"ຜູ້ທີ່ຖືກເລືອກໄວ້...ຕາມທີ່ພຣະເຈົ້າພຣະບິດາໄດ້ຊົງຮູ້ໄວ້ກ່ອນ"

"ຜູ້ທີ່ຖືກເລືອກໄວ້...ຕາມທີ່ພຣະເຈົ້າພຣະບິດາໄດ້ຊົງຮູ້ໄວ້ກ່ອນ" ຫມາຍເຖິງພຣະເຈົ້າຊົງເລືອກເຂົາໄວ້ຕາມທີ່ພຣະອົງຊົງຮູ້ໄວ້ກ່ອນແລ້ວ

ຕາມທີ່...ໄດ້ຊົງຮູ້ໄວ້ກ່ອນ

ຄວາມຫມາຍເປັນໄປໄດ້ຄື 1) ພຣະເຈົ້າໄດ້ກໍານົດສິ່ງຕ່າງໆລ່ວງຫນ້າກ່ອນແລ້ວ ຫລື 2) ພຣະເຈົ້າຮູ້ລ່ວງຫນ້າວ່າຈະເກີດຫຍັງຂຶ້ນ ສາມາດແປປະໂຫຍກດັ່ງກ່າວອີກຢ່າງຫນຶ່ງໄດ້ວ່າ " ສິ່ງທີ່ພຣະເຈົ້າພຣະບິດາໄດ້ຕັດສິນໃຈໄວ້ກ່ອນແລ້ວ" ຫລື " ສິ່ງທີ່ພຣະເຈົ້າພຣະບິດາຮູ້ກ່ອນແລ້ວ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ຊົງຊໍາຣະໃຫ້ບໍຣິສຸດ

" ຜ່ານທາງພຣະວິນຍານຜູ້ຊຶ່ງແຍກທ່ານໄວ້ເພື່ອພຣະເຈົ້າ"

ໄດ້ຮັບການຊໍາຣະດ້ວຍພຣະໂລຫິດຂອງພຣະອົງ (ພຣະເຢຊູຄຣິດ)

ໃນລິບົດນີ້ "ພຣະໂລຫິດ" ຫມາຍເຖິງການສິ້ນພຣະຊົນຂອງອົງພຣະເຢຊູ ເຫມືອນຕອນທີ່ໂມເຊໄດ້ເອົາເລືອດຊໍາລະປະຊາຊົນ ເພື່ອເປັນສັນຍາລັກຫມາຍເຖິງພັນທະສັນຍາລະຫວ່າງປະຊາຊົນກັບພຣະເຈົ້າ ບັນດາຜູ້ເຊື່ອໄດ້ເຂົ້າຮ່ວມພັນທະສັນຍາກັບພຣະເຈົ້າກໍເພາະການສິ້ນພຣະຊົນຂອງພຣະເຢຊູຄຣິດ (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]]).

ຂໍໃຫ້ພຣະຄຸນແລະສັນຕິສຸກຈົ່ງບັງເກິດມີທະວີຄູນແກ່ທ່ານທັງຫລາຍເທິ້ນ

ພຣະທັມຂໍ້ນີ້ມີການກ່າວເຖິງພຣະຄຸນເຫມືອນເປັນສິ່ງຂອງທີ່ຜູ້ເຊື່ອສາມາດນໍາໄປຄອບຄອງໄດ້ ແລະໄດ້ເວົ້າເຖິງສັນຕິສຸກເຫມືອນກັບວ່າສັນຕິສຸກສາມາດເພີ່ມປະລິມານຂຶ້ນໄດ້ ແນ່ນອນ ໃນຄວາມເປັນຈິງແລ້ວນັ້ນ ພຣະຄຸນຫມາຍເຖິງການກະທໍາທີ່ເຕັມໄປດ້ວຍພຣະເມດຕາຂອງພຣະເຈົ້າທີ່ມີຕໍ່ຜູ້ເຊື່ອ ແລະສັນຕິສຸກນັ້ນກໍຄື ການທີ່ຜູ້ເຊື່ອມີຊີວິດຢູ່ຢ່າງປອດໄພແລະຊື່ນຊົມຍິນດີກັບພຣະເຈົ້າ (ໃຫ້ເບ່ງຢູ່: rc://*/ta/man/translate/figs-abstractnouns)