lo_tn/1pe/01/08.md

3.0 KiB

ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນ

"ທ່ານບໍ່ໄດ້ເຫັນພຣະອົງດ້ວຍຕາຂອງທ່ານເອງ" ຫລື "ທ່ານບໍ່ໄດ້ຈ່ອງມອງພຣະອົງຕົວຕໍ່ຕົວ" ຄໍາວ່າ "ທ່ານ" ໃນທີ່ນີ້ຫມາຍເຖິງບັນດາຜູ້ເຊື່ອ 1PE 01:01

ດ້ວຍຄວາມປິຕິຍິນດີເປັນເລີດເກີນທີ່ຈະອະທິບາຍໄດ້.

"ຄວາມສຸກຊື່ນຊົມຍິນດີອັນມະຫັດສະຈັນທີ່ບໍ່ສາມາດບັນຍາຍອອກມາເປັນຄໍາເວົ້າໄດ້"

ຄວາມລອດພົ້ນຝ່າຍວິນຍານຈິດຂອງທ່ານ.

ຄໍາວ່າ "ວິນຍານ" ຫມາຍເຖິງບຸກຄົນຄົນຫນຶ່ງ ສາມາດແປໂດຍໃຊ້ກິລິຍາເຂົ້າມາຊ່ວຍ ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ການຊ່ວຍກູ້ຂອງພຣະອົງ" ຫລື "ພຣະເຈົ້າຊ່ວຍກູ້ທ່ານ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-abstractnouns]])

ຄວາມລອດພົ້ນ...ພຣະຄຸນ

ຄໍາເຫລົ່ານີ້ຫມາຍເຖິງສອງສິ່ງ ໃນຄວາມເປັນຈິງແລ້ວນັ້ນ "ຄວາມລອດພົ້ນ" ຫມາຍເຖິງການກະທໍາຂອງພຣະເຈົ້າຜູ້ຊ່ວຍກູ້ເຮົາ ຫລື ຫານທີ່ເຮົາຖືກຂ່ວຍກູ້ໃນທໍານອງດຽວກັນ ຄໍາວ່າ "ພຣະຄຸນ" ຫມາຍເຖິງພຣະເມດຕາທີ່ພຣະເຈົ້າໄດ້ສໍາແດງແກ່ຜູ້ເຊື່ອ

ໄດ້ຄົ້ນຫາແລະສອບຖາມຢ່າງຮອບຄອບ

ຄໍາວ່າ "ສອບຖາມ" ແລະ "ຢ່າງຮອບຄອບ" (ໃນບໍລິບົດນີ້ນັ້ນ) ມີຄວາມຫມາຍເໝືອນກັບຄໍາວ່າ "ໄດ້ຄົ້ນຫາ" ການນໍາສາມຄໍາມາລວມກັນນັ້ນເນັ້ນວ່າ ຜູ້ປະກາດພຣະທັມຕ່າງພົບວ່າ ຍາກທີ່ຈະເຂົ້າໃຈເຖິງຄວາມຫມາຍຂອງ "ຄວາມລອດພົ້ນ" ນັ້ນເອງ ດັ່ງນັ້ນຈຶ່ງສາມາດແປປະໂຫຍກດັ່ງກ່າວໄດ້ອີກຢ່າງຫນຶ່ງວ່າ "ກວດສອບຢ່າງຄັກແນ່" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-doublet)