lo_tn/gal/06/17.md

3.2 KiB

ແຕ່ນີ້ໄປ

ຄຳນີ້ອາດຫມາຍຄວາມວ່າ "ສຸດທ້າຍນີ້" ຫລື "ເມື່ອພຣະເຈົ້າຈະຈົບຈົດຫມາຍສະບັບນີ້"

ຂໍຢ່າໃຫ້ຜູ້ໃດມາລົບກວນຂ້າພະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ໂປໂລກຳລັງສັ່ງຊາວຄາລາເຕຍບໍ່ໃຫ້ລົບກວນເຮົາ "ຂ້າພະເຈົ້າຂໍສັ່ງພວກທ່ານວ່າ ຢ່າມາລົບກວນຂ້າພະເຈົ້າ" ຫລື 2) ໂປໂລກຳລັງບອກຊາວຄາລາເຕຍທ່ານໄດ້ສັ່ງໃຫ້ທຸກຄົນບໍ່ຕ້ອງມາລົບກວນເຮົາ"ຂ້າພະເຈົ້າຂໍສັ່ງໃຫ້ທຸກຄົນວ່າຢ່າມາລົບກວນຂ້າພະເຈົ້າ" ຫລື 3) ໂປໂລກຳລັງບອກເຖິງຄວາມປາດຖາຫນາວ່າ "ຂ້າພະເຈົ້າບໍ່ຢາກໃຫ້ໃຜມາລົບກວນຂ້າພະເຈົ້າ"

ລົບກວນຂ້າພະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ເວົ້າເລື້ອງເຫລົ່ານີ້ກັບຂ້າພະເຈົ້າອີກ" ຫລື 2) "ເຮັດໃຫ້ຂ້າພະເຈົ້າລຳບາກ" ຫລື "ເຮັດໃຫ້ຂ້າພະເຈົ້າຕ້ອງອິດເມື່ອຍ"

ເພາະວ່າຂ້າພະເຈົ້າມີເຄື່ອງຫມາຍຂອງພຣະເຢຊູ ຕິດຢູ່ໃນໂຕຂອງຂ້າພຣະເຈົ້າແລ້ວ

"ຂ້າພະເຈົ້າມີຮອຍແຜໃນໂຕຂອງຂ້າພະເຈົ້າອັນເນື່ອງມາຈາກການບົວລະບັດພຣະເຢຊູ" ຫລື "ຂ້າພະເຈົ້າຍັງມີຮອຍແຜເປັນທີ່່ຮ່າງກາຍຂອງຂ້າພະເຈົ້າເພາະຂ້າພະເຈົ້າເປັນຂອງພຣະເຢຊູ"

ເຄື່ອງຫມາຍ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ຮອຍແຜເປັນຈາກການເຄີຍເປັນທະຫານໄປອອກຮົບ ຫລືຈາກການເປັນທາດທີ່ເຮັດວຽກອັນຕະລາຍ ຫລື 2) ເຄື່ອງຫມາຍແຫ່ງການເປັນທາດ

ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດຂອງເຮົາ ຈົງສະຖິດຢູ່ກັບວິນຍານຈິດຂອງທ່ານທັງຫລາຍດ້ວຍເຖີ້ນ

"ຂ້າພະເຈົ້າອະທິຖານຂໍໃຫ້ພຣະເຢຊູອົງຜູ້ເປັນເຈົ້າຊົງເມດຕາກະລຸນາຕໍ່ວິນຍານຈິດຂອງພວກທ່ານດ້ວຍເຖີ້ນ"

ທ່ານທັງຫລາຍ

ໃຊ້ຄຳແປຄືໃນບົດທີ 1:1