lo_tn/gal/05/13.md

2.7 KiB

ເພາະວ່າ

ໂປໂລກຳລັງໃຫ້ເຫດຜົນໃນຄຳເວົ້າຂອງເພິ່ນໃນບົດທີ່ 5:11

ທີ່ຊົງເອີ້ນທ່ານກໍ່ເພື່ອໃຫ້ທ່ານມີເສລີພາບ

ປະໂຫຍກນີ້ສາມາດແປໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳກໍ່ໄດ້. ແປໄດ້ອີກວ່າ: "ພຣະເຈົ້າໄດ້ຊົງເອີ້ນທ່ານໃຫ້ທ່ານມີເສລີພາບ" (ເບິ່ງ: rc://*/ta/man/translate/figs-activepassive)

ທີ່ຊົງເອີ້ນທ່ານກໍ່ເພື່ອໃຫ້ທ່ານມີເສລີພາບ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພຣະເຈົ້າໄດ້ຊົງເລືອກທ່ານໃຫ້ເປັນຄົນຂອງພຣະອົງເພື່ອທ່ານຈະເປັນອິສະຫລະ" ຫລື 2) "ພຣະເຈົ້າໄດ້ສັ່ງໃຫ້ທ່ານມີອິສະຫລະ"

ພີ່ນ້ອງທັງຫລາຍ

ໃຊ້ຄຳແປແບບນີ້ໃນບົດທີ 1:1

ໂອກາດໃຫ້ແກ່ເນື້ອຫນັງ

ຄວາມສຳພັນກັນລະຫວ່າງໂອກາດກັບເນື້ອຫນັງຫລືລັກສະນະທີ່ຜິດບາບແປໃຫ້ຊັດເຈນ. ແປໄດ້ອີກວ່າ: "ໂອກາດທີ່ທ່ານຈະປະພຶດຕົວຕາມນິໄສບາບຂອງທ່ານ" (ເບິ່ງ: rc://*/ta/man/translate/figs-explicit)

ກົດບັນຍັດທັງຫມົດນັ້ນສະຫລຸບໄດ້ເປັນຂໍ້ດຽວ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ທ່ານສາມາດສະຫລຸບກົດບັນຍັດທັງຫມົດໄວ້ໃນບັນຍັດຂໍ້ດຽວ,ເຊິ່ງແມ່ນຂໍ້ນີ້" ຫລື 2) "ໂດຍການເຮັດຕາມຄຳສັ່ງຂໍ້ດຽວ, ກໍ່ເປັນການທີ່ທ່ານໄດ່ເຮັດຕາມບັນຍັດທຸກຂໍ້, ແລະບັນຍັດຂໍນັ້ນກໍ່ຄື."

ທ່ານຕ້ອງຮັກເພື່ອນບ້ານຂອງທ່ານເຫມືອນຮັກຕົນເອງ

ຄຳວ່າ "ທ່ານ," "ຂອງທ່ານ," ແລະ "ຕົນເອງ" ຕ່າງເປັນຄຳເອກະຜົນ. (ເບິ່ງ: rc://*/ta/man/translate/figs-you)