4.0 KiB
ຂໍ້ມູນທົ່ວໄປ:
ໃນຂໍ້ນີ້ຄຳວ່າ "ພວກເຮົາ" ຫມາຍເຖິງໂປໂລ ແລະ ບັນດາຄົນທີ່ຕໍ່ຕ້ານການທີ່ຄຣິສະຕຽນໄປເຂົ້າພິທີການຕັດ. ເຂົາອາດເຫມົາລວມໄປເຖິງຊາວຄາລາເຕຍນຳກໍ່ໄດ້. (ເບິ່ງ: rc://*/ta/man/translate/figs-inclusive)
ເພາະວ່າ
"ເປັນເພາະວ່າ"
ໂດຍຄວາມເຊື່ອ, ພວກເຮົາກຳລັງລໍຄອຍຢ່າງກະຕືລືລົ້ນເພື່ອໃຫ້ມີຄວາມຫມັ້ນໃຈໃນຄວາມຊອບທັມນັ້ນ
ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພວກເຮົາກຳລັງລໍຄອຍຄວາມຫວັງທີ່ແນ່ນອນໂດຍຄວາມເຊື່ອທີ່ຈະໄດ້ເປັນຄົນຊອບທັມ" ຫລື 2) "ພວກເຮົາກຳລັງລໍຄອຍຄວາມຫວັງແຫ່ງຄວາມຊອບທັມທີ່ຈະມາໂດຍຄວາມເຊື່ອ."
ພວກເຮົາກໍ່ກຳລັງລໍຄອຍຢ່າງກະຕືລືລົ້ນເພື່ອໃຫ້ມີຄວາມຫມັ້ນໃຈໃນຄວາມຊອບທັມນັ້ນ
"ພວກເຮົາກຳລັງລໍຄອຍດ້ວຍຄວາມອົດທົນ ແລະ ດ້ວຍຄວາມຕື່ນເຕັ້ນທີ່ພຣະເຈົ້າເຮັດໃຫ້ພວກເຮົາຊອບທັມຕໍ່ພຣະອົງຕະຫລອດໄປເປັນນິດ, ແລະພວກເຮົາມີຄວາມຫວັງວ່າພຣະອົງຈະກະທຳດັ່ງນັ້ນ"
ການທີ່ຈະໄດ້ຮັບພິທີຕັດຫລືບໍ່ຮັບ
ນີ້ເປັນພາບປຽບເຖິງການເປັນຄົນຢິວຫລືບໍ່ເປັນຄົນຢິວ. ແປໄດ້ອີກວ່າ: "ບໍ່ວ່າຈະເປັນຄົນຢິວຫລືບໍ່ເປັນຄົນຢິວ" (ເບິ່ງ: rc://*/ta/man/translate/figs-metonymy)
ມີພຽງຄວາມເຊື່ອທີ່ກຳລັງທຳງານຜ່ານຄວາມຮັກເທົ່ານັ້ນ
"ກົງກັນຂ້າມ, ພຣະເຈົ້າສົນໃຈກັບຄວາມເຊື່ອຂອງເຮົາໃນພຣະອົງ, ເຊິ່ງພວກເຮົາສະແດງອອກໂດຍການຮັກຄົນອື່ນ"
ບໍ່ມີຄວາມຫມາຍຫຍັງ
ບໍ່ຄຸ້ມຄ່າ
ທ່ານກຳລັງແລ່ນແຂ່ງ
"ທ່ານກຳລັງເຮັດຕາມສິ່ງທີ່ພຣະເຢຊູຊົງສອນ
ການຊັກຊວນຢ່າງນັ້ນບໍ່ໄດ້ມາຈາກພຣະອົງຜູ້ຊົງເອີ້ນທ່ານທັງຫລາຍ
"ຜູ້ທີ່ຊັກຊວນທ່ານໃຫ້ເຮັດນັ້ນບໍ່ແມ່ນພຣະເຈົ້າທີ່ຊົງເອີ້ນທ່ານທັງຫລາຍ"
ຜູ້ທີ່ເອີ້ນທ່ານທັງຫລາຍ
ພຣະອົງຊົງເອີ້ນໃຫ້ພວກເຂົາເຮັດບາງຢ່າງຄວນແປໃຫ້ຊັດເຈນ. ແປໄດ້ອີກວ່າ: "ພຣະອົງຜູ້ຊົງເອີ້ນທ່ານໃຫ້ເປັນຄົນຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-explicit)
ການຊັກຊວນ
ການຊັກຊວນບາງຄົນເປັນການເຮັດໃຫ້ຄົນນັ້ນປ່ຽນແປງສິ່ງທີ່ເຂົາເຊື່ອແລະການປ່ຽນການກະທຳ.