4.1 KiB
ອົງບໍລິສຸດແຫ່ງອິດສະຣາເອນ
ແປເຫມືອນກັນກັບໃນ 1:4.
ເຈົ້າປະຕິເສດຖ້ອຍຄຳນີ້
ທີ່ນີ້ "ຖ້ອຍຄຳ" ເປັນຕົວແທນເຖິງຂໍ້ຄວາມ. ອາດແປໄດ້ອີກວ່າ: "ເຈົ້າປະຕິເສດຂໍ້ຄວາມນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ວາງໃຈໃນການບີບບັງຄັບ ແລະການຫລອກລວງ ແລະພັກອາໄສສິ່ງນີ້
ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກຜູ້ນຳຂອງຢູດາໄວ້ວາງໃຈໃນພວກຜູ້ນໍາຂອງຊາວເອຢິບ ຜູ້ປົກຄອງຄົນອື່ນດ້ວຍການບີບບັງຄັບ ແລະການຫລອກລວງ ຫລື 2) ພວກຜູ້ນຳຂອງຢູດາໄດ້ບີບບັງຄັບແລະໄດ້ຫລອກລວງປະຊາຊົນຂອງພວກເຂົາເອງ ເພື່ອທີ່ຈະເອົາເງິນຂອງພວກເຂົາໄປ ແລະສົ່ງມັນໄປໃຫ້ພວກຜູ້ນໍາຊາວເອຢິບເຫມືອນຄ່າໃຊ້ຈ່າຍສຳລັບການປົກປ້ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ພັກອາໄສສິ່ງນີ້
ຄຳວ່າ "ມັນ" ຫມາຍເຖິງ "ການກົດຂີ່ ແລະ ກົນອຸບາຍ." ອາດແປໄດ້ອີກວ່າ: "ພາກອາໄສຢູ່ໃນພວກມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)
ພັກອາໄສ
ນີ້ເປັນສຳນວນທີ່ຫມາຍເຖິງໄວ້ວາງໃຈ ຫລື ເພິ່ງພາບາງສິ່ງບາງຢ່າງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)
ເພາະສະນັ້ນຄວາມບາບນີ້ຈະເປັນເຫມືອນກັບສ່ວນທີ່ແຕກ ... ໃນເວລາແປບດຽວ
ການປຽບທຽບນີ້ຫມາຍຄວາມວ່າ ພຣະເຈົ້າຈະທຳລາຍຢູດາຢ່າງໄວວາຍ້ອນຄວາມບາບຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)
ເປັນເຫມືອນກັບສ່ວນທີ່ແຕກທີ່ພ້ອມຈະລົ້ມລົງ
ມັນຖືກເຂົ້າໃຈວ່າ ນີ້ແມ່ນຊິ້ນສ່ວນທີ່ແຕກຂອງກໍາແພງ. ອາດແປໄດ້ອີກວ່າ: "ເປັນເຫມືອນຊິ້ນສ່ວນທີ່ແຕກຂອງກຳແພງທີ່ພ້ອມທີ່ຈະລົ້ມລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)
ຮອຍໂປ່ງອອກມາໃນກຳແພງສູງທີ່ຈະພັງລົງມາໃນທັນທີ
ນີ້ສາມາດສັບປ່ຽນຄຳໄດ້ດັ່ງຄຳນາມທີ່ເປັນາມມະທຳທີ່ວ່າ "ພັງລົງ" ຖືກສະແດງໃຫ້ເປັນຄຳກິລິຍາໄດ້ "ລົ້ມລົງ." ອາດແປໄດ້ອີກວ່າ: "ທີ່ຈະລົ້ມລົງໃນທັນທີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)
ໃນທັນທີໃນເວລາແປບດຽວ
ເຫລົ່ານີ້ມີຄວາມຫມາຍຄືສິ່ງດຽວກັນ ແລະ ເນັ້ນເຖິງວິທີທີ່ກຳແພງພັງລົງຢ່າງໄວວາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)