lo_tn/isa/22/23.md

3.6 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ບັນຍາຍກ່ຽວກັບເອລີອາກິມ, ຜູ້ທີ່ຈະແທນທີ່ເຊັບນາໃນວັງຂອງກະສັດ.

ເຮົາຈະຍຶດເຂົາໄວ້, ຕອກມຸດໄວ້ໃນທີ່ຫມັ່ນຄົງ

ພຣະຢາເວເຮັດໃຫ້ສິດທິອຳນາດຂອງເອລີອາກິມເຂັ້ມແຂງ ແລະປອດໄພໃນວັງຂອງກະສັດ ຖືກເວົ້າເຫມືອນກັບວ່າເອລີອາກິມເປັນເຫລັກມຸດ ແລະພຣະຢາເວຈະຕັ້ງລາວໃຫ້ຫມັ້ນຄົງໃນວັງທີ່ມີກຳແພງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົາຈະເປັນທີ່ນັ່ງທີ່ມີກຽດຂອງວົງວານຂອງພໍ່ຂອງເຂົາ

ຄຳວ່າ "ນັ່ງທີ່ມີກຽດ" ເປັນຕົວແທນເຖິງສະຖານທີ່ ໆມີກຽດ.ອາດແປໄດ້ອີກວ່າ: "ເອລີອາກິມຈະນຳກຽດມາສູ່ຄອບຄົວຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ວົງວານຂອງພໍ່ຂອງເຂົາ

ຄຳວ່າ "ວົງວານ" ເປັນຕົວແທນເຖິງຄອບຄົວ. ອາດແປໄດ້ອີກວ່າ: "ຄອບຄົວບິດາຂອງລາວ" ຫລື "ຄອບຄົວຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະແຂວນກຽດຕິຍົດທັງຫມົດຂອງວົງວານຂອງພໍ່ຂອງເຂົາໄວ້ທີ່ເຂົາ

ພຣະຢາເວເຮັດໃຫ້ຄົວຄົວທັງຫມົດຂອງເອລີອາກິມ ຈະເປັນທີ່ນັບຫນ້າຖືຕາຍ້ອນເອລີອາກິມ ຖືກເວົ້າເຫມືອນກັບວ່າເອລີອາກິມເປັນເຫລັກມຸດທີ່ແຂວນເທິງເຫລັກມຸດ. ອາດແປໄດ້ອີກວ່າ: "ພວກເຂົາຈະໃຫ້ກຽດແກ່ຄອບຄົວຂອງລາວທັງຫມົດຍ້ອນລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຄື່ອງໃຊ້ນ້ອຍໆທຸກໃບຕັ້ງແຕ່ຖ້ວຍໄປຈົນເຖິງໂຖທັງຫມົດ

ນີ້ສືບຕໍ່ເວົ້າກ່ຽວກັບເອລີອາກິມເຫມືອນເປັນເຫລັກມຸດ. ເຊື້ອສາຍຂອງລາວຈະເປັນເຫມືອນຖ້ວຍທີ່ແຂວນເທິງເຫລັກມຸດ. ນີ້ຫມາຍເຖິງເຊື້ອສາຍຂອງລາວທີຈະຖືກໃຫ້ກຽດຍ້ອນລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖ້ວຍໄປຈົນເຖິງໂຖທັງຫມົດ

ຖ້ວຍເປັນເຄື່ອງໃຊ້ນ້ອຍກວ່າການອັນໃສ່ນໍ້າ. ໂຖເປັນເຄື່ອງໃຊ້ທີໃຫຍ່ກວ່າເພື່ອໃສ່ນໍ້າ.