3.4 KiB
ຂໍ້ມູນທົ່ວໄປ:
ເອຊາຢາເວົ້າກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)
ແກ່ປະເທດ, ພວກຄົນບາບ
ຄວາມຫມາຍທີ່ອາດເປັນໄປໄດ້ 1) ເອຊາຢາເວົ້າສອງຢ່າງທີ່ແຕກຕ່າງກັນກ່ຽວກັບພວກເຂົາ. ອາດແປໄດ້ອີກວ່າ: "ຊົນຊາດອິດສະຣາເອນ, ພວກເຈົ້າຜູ້ເປັນຄົນບາບເອີຍ" ຫລື 2) ພຣະອົງກຳລັງເວົ້າພຽງແຕ່ສິ່ງດຽວກ່ຽວກັບພວກເຂົາ. ອາດແປໄດ້ອີກວ່າ: "ຊົນຊາດຂອງຄົນບາບທັງຫລາຍເອີຍ"
ຊົນຊາດທີ່ແບກພາລະຫນັກດ້ວຍຄວາມຊົ່ວຊ້າ
ບາງສິ່ງບາງຢ່າງທີ່ຫນັກຫລາຍທີ່ຜູ້ຄົນອາດແບກຫາບຢູ່ຊຶ່ງປຽບທຽບສຳລັບບາບທັງຫລາຍຂອງພວກເຂົາ. ອາດແປໄດ້ອີກວ່າ: "ຄວາມບາບຂອງພວກເຂົາເປັນເຫມືອນຖົງຫນັກເທິງບ່າຂອງພວກເຂົາທີ່ເຮັດໃຫ້ມັນຍາກທີ່ພວກເຂົາຈະຍ່າງໄປໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ລູກຫລານຂອງຄົນຊົ່ວຮ້າຍ
ຄຳວ່າ "ລູກຫລານ" ເປັນການປຽບທຽບສຳລັບປະຊາຊົນຜູ້ທີ່ໄດ້ຕາມສິ່ງທີ່ຄົນອຶ່ນໆໄດ້ເຮັດ. ອາດແປໄດ້ອີກວ່າ: "ປະຊາຊົນຜູ້ທີ່ເຮັດຄວາມຊົ່ວຮ້າຍຄືກັນກັບສິ່ງທີ່ພວກເຂົາໄດ້ເຫັນຄົນອຶ່ນເຮັດນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ເຮັດຄວາມເຊື່ອມເສຍ
"ເຮັດໃນສິ່ງຊົ່ວຮ້າຍ"
ພວກເຂົາໄດ້ປະຖິ້ມພຣະຢາເວ
"ພວກເຂົາໄດ້ຫນີຫ່າງໄກຈາກພຣະຢາເວ"
ໄດ້ດູຫມິ່ນ
"ໄດ້ປະຕິເສດທີ່ຈະເຊື່ອຟັງ" ຫລື "ໄດ້ປະຕິເສດທີ່ຈະເຄົາລົບນັບຖື"
ອິດສະຣາເອນ
ຢູດາໄດ້ເປັນສ່ວນຫນຶ່ງຂອງຊົນຊາດອິດສະຣາເອນ.
ພວກເຂົາໄດ້ເຮັດໂຕອອກຫ່າງຈາກພຣະອົງ
ຜ່ານຊ່ວງເວລາຫນຶ່ງພວກເຂົາເຄີຍເປັນເພື່ອນກັນ, ບັດນີ້ພວກເຂົາປະຕິບັດກັບພຣະອົງເຫມືອນກັບວ່າພວກເຂົາບໍ່ຮູ້ຈັກກັບພຣະອົງ.