2.9 KiB
ຂໍ້ມູນທົ່ວໄປ:
ໂມເຊສືບຕໍ່ເວົ້າຕໍ່ຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)
ຝູງສັດທັງຫລາຍຂອງພວກທ່ານ
"ຝູງສັດລ້ຽງຂອງທ່ານ ແລະຝູງແກະແລະແບ້"
ເພີ່ມຫລາຍຂຶ້ນ
"ຈຳນວນເພີ່ມຂື້ນ" ຫລື "ກາຍມາມີຈຳນວນຫລາຍ"
ທຸກສິ່ງທີ່ມີນັ້ນເພີ່ມຫລາຍຂຶ້ນ
ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຈົ້າມີຫລາຍສິ່ງຫລາຍຢ່າງ" ຫລື "ເຈົ້າມີຊັບສິນອີກຫລາຍຢ່າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ຈິດໃຈຂອງທ່ານຈະມົວເມົານຳສິ່ງເຫລົ່ານັ້ນ
ໃນນີ້ "ຫົວໃຈ" ແມ່ນຕົວແທນສິ່ງທີ່ຢູ່ພາຍໃນຂອງຄົນ. ການທີ່ຈະກາຍມາມີຄວາມຫຍິ່ງຢະໂສ ແລະບໍ່ເຊື່ອຟັງພຣະຢາເວອີກຕໍ່ໄປແມ່ນເວົ້າເຖິງຈິດໃຈຂອງຄົນນັ້ນຫລົງໄຫລໄປ. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນນີ້ໃນ 8:11. ອາດແປໄດ້ອີກວ່າ: "ເຈົ້າກາຍເປັນຄົນຈອງຫອງ ແລະບໍ່ເຊື່ອຟັງພຣະຢາເວອີກຕໍ່ໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])
ຜູ້ຊົງນຳພວກທ່ານອອກມາ
ໂມເຊເລີ່ມເຕືອນຊາວອິດສະຣາເອນກ່ຽວກັບສິ່ງທີ່ພວກເຂົາຮູ້ກ່ຽວກັບພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-distinguish)
ອອກມາຈາກເຮືອນທາດນັ້ນ
ໃນນີ້ແມ່ນການປຽບທຽບໃນຊ່ວງເວລາທີ່ພວກເຂົາເປັນຂ້າທາດໃນອີຢີບ. ອາດແປໄດ້ອີກວ່າ: "ອອກຈາກສະຖານທີ່ທີ່ທ່ານເຄີຍເປັນທາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)