2.8 KiB
ຂໍ້ມູນທົ່ວໄປ:
ແຕ່ສັງເກດວ່າ 108:11 ບໍ່ມີປະໂຫຍກທີ່ວ່າ "ແຕ່ເຈົ້າ," ຄືກັບຕອນເລີ່ມຕົ້ນຂອງ 60:10.
ຂ້າແດ່ພຣະເຈົ້າ, ພຣະອົງໄດ້ຊົງຖິ້ມພວກຂ້ານ້ອຍແລ້ວບໍ່?
ຜູ້ຂຽນເພງສັນລະເສີນໃຊ້ຄຳຖາມນີ້ ເພື່ອສະແດງຄວາມເສົ້າສະຫລົດໃຈ ເຊິ່ງເບິ່ງຄືວ່າພຣະເຈົ້າໄດ້ປະຕິເສດເຂົາເຈົ້າ. ອາດແປໄດ້ອີກວ່າ: "ມັນເບິ່ງຄືວ່າທ່ານໄດ້ປະຕິເສດພວກເຮົາ" ຫລື "ພຣະເຈົ້າ, ທ່ານເບິ່ງຄືວ່າທ່ານໄດ້ປະຖິ້ມພວກເຮົາແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)
ພຣະອົງຈະບໍ່ໄປຮົບກັບກອງທັບຂອງພວກຂ້ານ້ອຍ
ຜູ້ຂຽນເພງສັນລະເສີນກ່າວເຖິງພຣະເຈົ້າຊ່ວຍເຫລືອກອງທັບຂອງພວກເຂົາ ຄືກັບວ່າພຣະເຈົ້າຈະໄປສູ້ຮົບກັບພວກເຂົາ. ອາດແປໄດ້ອີກວ່າ: "ທ່ານບໍ່ໄດ້ຊ່ວຍກອງທັບຂອງພວກເຮົາໃນເວລາທີ່ພວກເຮົາໄປສູ້ຮົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ຖິ້ມ
"ໄຮ້ຄ່າ"
ໄຊຊະນະ
"ມີໄຊຊະນະ"
ພຣະອົງຈະຢຽບພວກສັດຕູຂອງເຮົາລົງ
ຜູ້ຂຽນເພງສັນລະເສີນກ່າວເຖິງພຣະເຈົ້າຊ່ວຍເຫລືອກອງທັບຂອງພວກເຂົາເອົາຊະນະສັດຕູຂອງພວກເຂົາຄືກັບວ່າພຣະເຈົ້າຈະທັບມ້າງສັດຕູ. ອາດແປໄດ້ອີກວ່າ: "ລາວຈະຊ່ວຍໃຫ້ພວກເຮົາສາມາດຢຽບສັດຕູຂອງພວກເຮົາລົງ" ຫລື "ລາວຈະເຮັດໃຫ້ພວກເຮົາສາມາດເອົາຊະນະສັດຕູຂອງພວກເຮົາໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)