3.4 KiB
ຂ້ານ້ອຍຈະປິຕິຍິນດີຢ່າງຍິ່ງຕໍ່ພຣະຢາເວ
"ຂ້ານ້ອຍ" ຫມາຍເຖິງປະຊາຊົນຂອງພຣະເຈົ້າທີ່ເວົ້າວ່າ ເປັນບຸກຄົນຫນື່ງທີ່ພຣະຢາເວໄດ້ຟື້ນຟູ.
ຊົງສວມຂ້ານ້ອຍດວ້ຍເສື້ອຜ້າແຫ່ງຄວາມລອດ; ພຣະອົງໄດ້ສວມເສື້ອຄຸມແຫ່ງຄວາມຊອບທຳ
ປະຊາຊົນຂອງພຣະເຈົ້າເວົ້າໃນຖານະເປັນບຸກຄົນຫນື່ງ ທີ່ຕອນນີ້ມີຄວາມລອດ ແລະ ຄວາມຊອບທັມ ຕາມທີ່ຮູບລັກສະນະທີ່ແຕກຕ່າງຂອງພວກເຂົາເບິ່ງເຫັນໄດ້ ສຳລັບທຸກຄົນ. “ ເສື້ອຜ້າ” ແລະ“ ເສື້ອຄຸມ” ແມ່ນເຄື່ອງນຸ່ງທີ່ທຸກຄົນສາມາດເຫັນ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)
ເຫມືອນກັບເຈົ້າບ່າວປະດັບຕົວເອງດ້ວຍຜ້າພັນຫົວ, ແລະ ເຫມືອນເຈົ້າສາວທີ່ປະດັບຕົວເອງດ້ວຍເພັດພອຍຂອງນາງ
ການປຽບທຽບນີ້ໄດ້ເນັ້ນຫນັກວ່າຜູ້ເວົ້າ ແມ່ນມີຄວາມສຸກຢ່າງຫລວງຫລາຍ, ມີຄວາມເບີກບານມ່ວນຊື່ນ, ມີຄວາມຊົມເຊີຍ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-simile)
ຜ້າພັນຫົວ
ແປສິ່ງນີ້ໃນບົດ 61: 3.
ເພາະວ່າແຜ່ນດິນໂລກຈະເຮັດໃຫ້ຫນໍ່ຂອງມັນປົ່ງຂຶ້ນມາ, ແລະ ໃນສວນເຮັດໃຫ້ສິ່ງທີ່ປູກໃນນັ້ນປົ່ງຂຶ້ນມາ
ນີ້ແມ່ນການເວົ້າແບບດຽວກັນໃນສອງວິທີ່. ຄວາມຈິງທີ່ວ່າສິ່ງທີ່ພຣະເຈົ້າບອກວ່າພຣະອົງຈະເຮັດຫຍັງມັນຈະເກີດຂື້ນຢ່າງແນ່ນອນເມື່ອທຽບກັບຄວາມຈິງທີ່ວ່າ ເມັດພືດມັນຈະງອກຂື້ນຫລັງຈາກປູກ. ອາດແປໄດ້ອີກວ່າ: "ຄືກັນກັບເມັດພືດທີ່ປູກໃນສວນທີ່ງອກອອກຈາກດິນ ແລະເຕີບໃຫຍ່" (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-simile]])
ຄວາມຊອບທຳແລະການສັນລະເສີນເກີດຂື້ນມາ
ການສະແດງອອກນີ້ອະທິບາຍເຖິງຄຸນນະທຳເຫລົ່ານີ້ທີ່ເຕີບໃຫຍ່ມາຈາກແກ່ນຄືກັບພືດ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)