lo_tn/isa/25/09.md

20 lines
3.0 KiB
Markdown

# ເຂົາຈະກ່າວກັນວ່າ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນຈະເວົ້າວ່າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ໃນມື້ນັ້ນ
ຄຳວ່າ "ມື້" ເປັນຕົວເຖິງເວລາໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ໃນເວລານັ້ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])
# ເພາະມືພຣະຢາເວຈະພັກສະງົບເທິງພູເຂົານີ້
ຄຳວ່າ "ມື" ເປັນຕົວແທນເຖິງຣິດອຳນາດຂອງພຣະເຈົ້າ. ສຳລັບພຣະຫັດຂອງພຣະຢາເວໄດ້ວາງເທິງ "ພູເຂົາ" ຫມາຍຄວາມວ່າ ພຣະອົງຈະປົກປ້ອງປະຊາຊົນຂອງພຣະອົງ. ອາດແປໄດ້ອີກວ່າ: "ດ້ວຍຣິດອຳນາດຂອງພຣະຢາເວຈະຢູ່ເທິງພູເຂົານີ້" ຫລື "ຍ້ອນເທິງພູເຂົາຊີໂອນພຣະຢາເວຈະປົກປ້ອງປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-idiom]])
# ໂມອາບຈະຖືກຢຽບຢ້ຳລົງໃນທີ່ຂອງເຂົາເຫມືອນກັບຟາງທີ່ຖືກຢຽບຢ້ຳລົງໃນລຸມທີ່ເຕັມດ້ວຍມູນສັດ
ພຣະຢາເວຈະທຳລາຍປະຊາຊົນໂມອາບ ຖືກເວົ້າເຫມືອນກັບວ່າພຣະອົງຈະຢຽບຢໍ້າເທິງພວກເຂົາ ແລະ ບີບບີ້ພວກເຂົາ. ນີ້ແມ່ນການປຽບທຽບເຖິງວິທີທີ່ປະຊາຊົນຢຽບເຟືອງເພື່ອປົນມັນເຂົ້າກັນກັບຝຸ່ນສັດ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-simile]])
# ໂມອາບຈະຖືກຢຽບຢ້ຳລົງໃນທີ່ຂອງເຂົາ
ໂມອາບທີ່ນີ້ຫມາຍເຖິງປະຊາຊົນໂມອາບ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະຢຽບຢໍ້າປະຊາຊົນໃນແຜ່ນດິນໂມອາບ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-activepassive]])