lo_tn/isa/25/04.md

32 lines
4.2 KiB
Markdown

# ພຣະອົງຊົງເປັນທີ່ປອດໄພ ... ເປັນທີ່ກຳບັງ ... ເປັນທີ່ກຳບັງຈາກພາຍຸ ... ຮົ່ມເງົາກັນຄວາມຮ້ອນ
ພຣະຢາເວປົກປ້ອງປະຊາຊົນຂອງພຣະອົງ ຖືກເວົ້າເຫມືອນກັບວ່າ ພຣະອົງເປັນສະຖານທີ່ທີ່ປະຊາຊົນສາມາດເຂົ້າໄປເພື່ອຈະປອດໄພ ແລະໄດ້ຮັບການເລົ້າໂລມໃຈ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເມື່ອລົມຫາຍໃຈຂອງຄົນໂຫດຮ້າຍເປັນເຫມືອນພາຍຸຊັດກຳແພງ
ຄົນໂຫດຮ້າຍຕໍ່ຕ້ານປະຊາຊົນຂອງພຣະເຈົ້າ ຖືກເວົ້າເຫມືອນກັບວ່າພວກເຂົາເປັນລົມພາຍຸທີ່ຊັດໃສ່ກຳແພງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])
# ເມື່ອລົມຫາຍໃຈ
"ເມື່ອລົມ" ຫລື "ເມື່ອຫ່າລົມທີ່ພັດມາຢ່າງຮຸນແຮງ"
# ຄົນໂຫດຮ້າຍ
ນີ້ແມ່ນຊື່ຂອງຄຳຄຸນນາມ. ອາດແປໄດ້ອີກວ່າ: "ຄົນໂຫດຮ້າຍ" ຫລື "ຄົນເຫລົ່ານັ້ນທີ່ໂຫດຮ້າຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-nominaladj]])
# ເປັນເຫມືອນຄວາມຮ້ອນໃນແຜ່ນດິນທີ່ແຫ້ງແລ້ງ
ການປຽບທຽບນີ້ ພວກສັດຕຣູຂອງປະຊາຊົນຂອງພຣະເຈົ້າກັບຄວາມຮ້ອນທີ່ເຮັດໃຫ້ແຜ່ນດິນແຫ້ງແລ້ງ. ການເນັ້ນນີ້ເຖິງພວກສັດຕູໄດ້ເຮັດໃຫ້ປະຊາຊົນຂອງພຣະເຈົ້າທົນທຸກຫລາຍປານໃດ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])
# ເປັນເຫມືອນຄວາມຮ້ອນເບົາລົງ ... ພວກຄົນໂຫດຮ້າຍກໍໄດ້ຮັບການຕອບສະຫນອງ
ພຣະຢາເວໄດ້ຢຸດປະຊາຊົນທີ່ໂຫດຮ້າຍ ຈາກການຮ້ອງເພງ ແລະ ໂອ້ອວດຖືກປຽບທຽບກັບການຈັດຕຽມຮູບຊົງຂອງເມກຂອງມື້ທີ່ຮ້ອນຫລາຍ. ການເນັ້ນນີ້ ທີ່ພຣະຢາເວເລົ້າໂລມໃຈປະຊາຊົນຂອງພຣະອົງ ໂດຍການໃຫ້ຄົນເຫລົ່ານັ້ນຢຸດເຮັດໃຫ້ພວກເຂົາທົນທຸກອີກ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])
# ເປັນເຫມືອນຄວາມຮ້ອນເບົາລົງໂດຍຮູບຊົງເຫມືອນເມກ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຫມືອນກັບເມື່ອເມກໄດ້ຜ່ານຫົວໄປແລະບັນເທົາຈາກຄວາມຮ້ອນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ບົດເພງຂອງພວກຄົນໂຫດຮ້າຍກໍໄດ້ຮັບການຕອບສະຫນອງຢ່າງນັ້ນ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພວກເຈົ້າຈະຢຸດປະຊາຊົນທີ່ໂຫດຮ້າຍຈາກການຮ້ອງເພງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])