lo_tn/heb/10/23.md

16 lines
2.7 KiB
Markdown

# ຢືນຢັດຢ່າງຫມັ້ນຄົງໃນຄວາມຄາດຫວັງທີ່ເຕັມໄປດ້ວຍຄວາມຫມັ້ນໃຈຂອງພວກເຮົາ.
ຊຸດຂອງຄວາມເຊື່ອຕ່າງໆທີ່ບຸກຄົນຫນຶ່ງໄດ້ກ່າວຍອມຮັບຖືກກ່າວເຖິງວ່າເປັນເຫມືອນວັດຖຸຢ່າງຫນຶ່ງທີ່ບຸກຄົນສາມາດຢຶດຖືເອົາໄວ້ໃນມືຂອງພວກເຂົາໄດ້ ຄຳວ່າ "ຢືນຢັດຢ່າງຫມັ້ນຄົງ" ຫມາຍເຖິງ "ຕໍ່ເນື່ອງ" ແປອີກຢ່າງວ່າ "ຕໍ່ເນື່ອງໃນການບອກກັບຜູ້ຄົນວ່າເຮົາມີຄວາມຫມັ້ນໃຈເພາະເຮົາເຊື່ອວ່າພຣະເຈົ້າຈະກະທຳຕາມທີ່ພຣະອົງໄດ້ສັນຍາເອົາໄວ້". (ເບິ່ງ: [[rc://*/ta/man/translate/figs-metaphor]])
# ດ້ວຍການບໍ່ຫວັ່ນໄຫວ.
ການບໍ່ແນ່ໃຈກ່ຽວກັບບາງສິ່ງຖືກກ່າວເຖິງວ່າເປັນເຫມືອນກັບການທີ່ເຂົາກຳລັງຫວັ່ນໄຫວ ຫລື ເອນໄປເອນມາ ແປອີກຢ່າງວ່າ "ໂດຍປາສະຈາກການທີ່ເປັນຄົນບໍ່ຫມັ້ນໃຈ" ຫລື "ປາສະຈາກການສົງໃສ". (ເບິ່ງ: [[rc://*/ta/man/translate/figs-metaphor]])
# ຢ່າໃຫ້ພວກເຮົາປະການປະຊຸມກັນ.
ທ່ານສາມາດແປໃຫ້ຊັດເຈັນໄດ້ວ່າຜູ້ຄົນມາພົບກັນເພື່ອນະມັດສະການ ແປອີກຢ່າງວ່າ "ຢ່າໃຫ້ພວກເຮົາຢຸດການມາຮ່ວມກັນເພື່ອນະມັດສະການ". (ເບິ່ງ: [[rc://*/ta/man/translate/figs-explicit]])
# ເບິ່ງເຫັນວ່າວັນນັ້ນໃກ້ເຂົ້າມາເຖິງແລ້ວ.
ເວລາໃນອະນາຄົດຖືກກ່າວວ່າເປັນເຫມືອນກັບວັດຖຸທີ່ກຳລັງເຂົ້າມາໃກ້ຜູ້ເວົ້າ ຄຳວ່າ"ວັນນັ້ນ" ໃນທີ່ນີ້ຫມາຍເຖິງພຣະເຢຊູຈະສະເດັດກັບມາໃນໄວໆນີ້". (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-metonymy]])