lo_tn/heb/10/01.md

44 lines
4.3 KiB
Markdown

# ຄົງຈະບໍ່ມີການຖວາຍບັນດາເຄື່ອງບູຊາຕໍ່ໄປບໍ່ແມ່ນບໍ?
ຜູ້ຂຽນໃຊ້ຄຳຖາມເພື່ອກ່າວວ່າເຄື່ອງບູຊາຕ່າງໆນັ້ນມີອຳນາດທີ່ຈຳກັດ. ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ພວກເຂົາຈະບໍ່ຢຸດຖວາຍເຄື່ອງບູຊາເຫລົ່ານັ້ນ" (ເບິ່ງ: translate: [[rc://*/ta/man/translate/figs-rquestion]] ແລະ [[rc://*/ta/man/translate/figs-activepassive]])
# ກໍລະນີ
"ສະຖານະການ"
# ທຸກປີ
"ທຸກປີ"
# ເພາະເປັນໄປບໍ່ໄດ້ທີ່ໂລຫິດຂອງງົວຜູ້ ແລະ ແກະຈະກຳຈັດຄວາມບາບອອກໄປໄດ້.
ຄວາມບາບຖືກກ່າວເຖິງວ່າເປັນເຫມືອນວັດຖຸທີ່ເລືອດສັດສາມາດກວາດຖິ້ມໄປໄດ້. ແປອີກຢ່າງວ່າ "ເພາະເປັນໄປບໍ່ໄດ້ທີ່ໂລຫິດຂອງງົວຜູ້ ແລະ ແກະຈະທຳໃຫ້ພຣະເຈົ້າຍົກໂທດຄວາມບາບ". (ເບິ່ງ: [[rc://*/ta/man/translate/figs-metaphor]])
# ຂໍ້​ມູນ​ເຊື່ອມຕໍ່
ຜູ້ຂຽນສະແດງໃຫ້ເຫັນເຖິງຄວາມອ່ອນແອຂອງກົດບັນຍັດ ແລະ ການຖວາຍເຄື່ອງບູຊາຕາມກົດບັນຍັດ ແລະ ຄວາມສົມບູນແບບຂອງລະບອບປຸໂລຫິດໃຫມ່ ແລະ ການຖວາຍເຄື່ອງບູຊາຂອງພຣະຄຣິດ.
# ກົດບັນຍັດນັ້ນເປັນພຽງເົງາຂອງບັນດາສິ່ງດີທີ່ຈະມາເຖິງ.
ໃນທີ່ນີ້ເວົ້າເຖິງກົດບັນຍັດວ່າເປັນເຫມືອນເງົາ ຜູ້ຂຽນຫມາຍເຖິງກົກບັນຍັດບໍ່ແມ່ນສິ່ງທີ່ດີທີ່ພຣະເຈົ້າໄດ້ຊົງສັນຍາເອົາໄວ້ ມັນເປັນພຽງສິ່ງທີ່ບອກເປັນໄນຍະວ່າຂອງສິ່ງດີຕ່າງໆທີ່ພຣະເຈົ້າກຳລັງທຳ. (ເບິ່ງ: [[rc://*/ta/man/translate/figs-metaphor]])
# "ບໍ່ແມ່ນຕົວຈິງຂອງສິ່ງເຫລົ່ານັ້ນ.
"ບໍ່ແມ່ນສິ່ງທີ່ແທ້ຈິງ"
# ຖ້າພວກເຂົາໄດ້ຮັບການຊຳລະໃຫ້ສະອາດ.
ຄວາມບາບຂອງຜູ້ຄົນຖືກກ່າວວ່າສາມາດເປັນການຊຳລະລ້າງໃນຝ່າຍກາຍະພາບ. ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ຖ້າພຣະເຈົ້າໄດ້ຊົງຍົກໂທດຄວາມບາບຂອງພວກເຂົາຮຽບຮ້ອຍແລ້ວ". (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະe [[rc://*/ta/man/translate/figs-activepassive]])
# ບໍ່ຮູ້ສຶກຕົວວ່າຕົວເອງມີຄວາມບາບອີກຕໍ່ໄປ
"ຈະຮູ້ວ່າພວກເຂົາບໍ່ມີຄວາມຮູ້ສຶກຜິດເພາະຄວາມບາບອີກຕໍ່ໄປ"
# ໂລຫິດຂອງງົວຜູ້ ແລະ ແກະ
ຄຳວ່າ "ໂລຫິດ" ໃນທີ່ນີ້ຫມາຍເຖິງການຕາຍຂອງສັດຕ່າງໆເຫລົ່ານີ້ເພື່ອເປັນເຄື່ອງບູຊາແດ່ພຣະເຈົ້າ. (ເບິ່ງ: [[rc://*/ta/man/translate/figs-metonymy]])
# ບໍ່ມີການຖວາຍ
ຫຍຸດ