lo_tn/exo/34/08.md

2.2 KiB

ຖ້າຂ້ານ້ອຍເປັນທີ່ພໍໃຈໃນພຣະເນດຂອງພຣະອົງ

ເປັນທີພໍໃຈຂອງບາງຄົນເວົ້າຄືກັນກັບວ່າເປັນທີ່ພໍໃຈໃນສາຍຕາຂອງພວກເຂົາ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 33:12. ອາດແປໄດ້ອີກວ່າ: "ບັດນີ້ ຖ້າພຣະອົງພໍໃຈໃນຕົວຂອງຂ້ານ້ອຍ" ຫລື "ບັດນີ້ ຖ້າພຣະອົງຈະອະນຸຍາດໃຫ້ກັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ການລ່ວງລະເມີດ ແລະ ຄວາມບາບຂອງພວກຂ້ານ້ອຍທັງຫລາຍ

ຄຳວ່າ "ການລ່ວງລະເມີດ" ແລະ "ຄວາມບາບ" ພື້ນຖານແລ້ວມີຄວາມຫມາຍຢ່າງດຽວກັນ ແລະ ເຊື່ອມຕໍ່ກັນເພື່ອເນັ້ນຫນັກ. ອາດແປໄດ້ອີກວ່າ: "ຄວາມບາບຂອງພວກເຮົາທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຂໍຮັບພວກຂ້ານ້ອຍເປັນມໍຣະດົກຂອງພຣະອົງດ້ວຍ

ບາງສິ່ງທີບາງຄົນເປັນເຈົ້າຂອງຕະຫລອດໄປເປັນນິດເວົ້າເຫມືອນກັບວ່າບາງສິ່ງທີ່ພວກເຂົາໄດ້ຮັບມໍຣະດົກ. ອາດແປໄດ້ອີກວ່າ: "ຂໍຮັບພວກຂ້ານ້ອຍເປັນມໍຣະດົກຂອງພຣະອົງຕະຫລອດໄປເປັນນິດ" ຫລື "ຂໍຍອມຮັບພວກຂ້ານ້ອຍໃຫ້ເປັນຂອງພຣະອົງຕະຫລອດໄປເປັນນິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)