lo_rom_tn_l3/05/16.txt

30 lines
3.9 KiB
Plaintext

[
{
"title": "ເພາະຂອງປະທານນັ້ນກໍບໍ່ເຫມືອນຜົນທີ່ເກີດຈາກຄົນດຽວທີ່ທຳບາບ.",
"body": "ຈຸດນີ້\"ຂອງປະທານ\"ຫມາຍເຖິງການທີ່ພຣະເຈົ້າຊົງລົບບັນທຶກຄວາມບາບຂອງເຮົາໂດຍບໍ່ຄິດມູນຄ່າ ແປໄດ້ອີກວ່າ:\"ຂອງປຣະທານນັ້ນບໍ່ເໝືອນກັບຜົນຈາກຄວາມບາບຂອງອາດາມ\"(ເບິ່ງ: figs_explicit)"
},
{
"title": "ເພາະວ່າໃນດ້ານຫນຶ່ງ ການພິພາກສາລົງໂທດເກີດຂຶ້ນເນື່ອງຈາກການລະເມີດຂອງມະນຸດຄົນດຽວ ແຕ່ໃນອີກດ້ານຫນຶ່ງ.",
"body": "ຈຸດນີ້ໂປໂລໃຫ້ສອງເຫດຜົນວ່າເປັນຫຍັງ\"ຂອງປະທານຈຶ່ງບໍ່ຄືກັບຜົນຂອງຄວາມບາບຂອງອາດາມ\"ຄຳເວົ້າ\"ເພາະວ່າໃນດ້ານຫນຶ່ງ\"ແລະ\"ແຕ່ໃນອີກດ້ານຫນຶ່ງ\"ແນະນຳວິທີຄິດສອງທາງທີ່ແຕກຕ່າງກັນກ່ຽວກັບບາງສິ່ງຄຳວ່າ\"ການພິພາກສາລົງໂທດ\"ບອກເປັນໄນຍະວ່າເຮົາທຸກຄົນລ້ວນສົມຄວນໄດ້ຮັບການລົງໂທດຈາກພຣະເຈົ້າສຳລັບຄວາມບາບຂອງເຮົາ ແປໄດ້ອີກຢ່າງວ່າ:\"ເພາະວ່າໃນດ້ານຫນຶ່ງ ພຣະເຈົ້າຊົງປະກາດວ່າມະນຸດທຸກຄົນສົມຄວນຕ້ອງຖືກລົງໂທດເພາະຄວາມບາບຂອງຄົນໆດຽວ ແຕ່ໃນອີກດ້ານຫນຶ່ງ\"(ເບິ່ງ:figs_explicit)"
},
{
"title": "ຂອງປະທານແຫ່ງພຣະຄຸນທີ່ນຳໄປສູ່ຄວາມຊອບທຳນັ້ນ.",
"body": "ຂໍ້ຄວາມນີ້ຫມາຍເຖິງການທີ່ພຣະເຈົ້າຊົງກະທຳໃຫ້ເຮົາຖືກຕ້ອງກັບພຣະອົງແມ່ນວ່າໃນເວລາທີ່ເຮົາບໍ່ສົມຄວນໄດ້ຮັບ.ແປໄດ້ອີກຢ່າງວ່າ:\"ຂອງປະທານດ້ວຍພຣະກະລຸນາຂອງພຣະເຈົ້າທີ່ຈະເຮັດໃຫ້ເຮົາຖືກຕ້ອງກັບພຣະອົງ\"(ເບິ່ງ:figs_explicit)"
},
{
"title": "ພາຍຫລັງຈາກທີ່ມີການລະເມີດຫລາຍຄັ້ງ.",
"body": "\"ຫລັງຈາກບາບຂອງຄົນເປັນອັນມາກ\""
},
{
"title": "ການລະເມີດຂອງຄົນໆດຽວ.",
"body": "ຂໍ້ຄວາມນີ້ຫມາຍເຖິງຄວາມບາບຂອງອາດາມ"
},
{
"title": "ຄວາມຕາຍຄອບງຳ.",
"body": "ຈຸດນີ້ໂປໂລເວົ້າເຖິງ\"ຄວາມຕາຍ\"ວ່າເປັນກະສັດທີ່ປົກຄອງ.\"ການຄອບງຳ\"ຂອງຄວາມຕາຍທຳໃຫ້ທຸກຄົນຕ້ອງຕາຍ ແປໄດ້ອີກຢ່າງວ່າ:\"ທຸກຄົນຕ້ອງຕາຍ\"(ເບິ່ງ:figs_personification and figs_metaphor)"
},
{
"title": "ຊີວິດຂອງພຣະອົງຜູ້ດຽວ.",
"body": "ຄຳເວົ້ານີ້ຫມາຍເຖິງຊີວິດຂອງພຣະເຢຊູຄຣິດ."
}
]