[ { "title": "ເພາະຂອງປະທານນັ້ນກໍບໍ່ເຫມືອນຜົນທີ່ເກີດຈາກຄົນດຽວທີ່ທຳບາບ.", "body": "ຈຸດນີ້\"ຂອງປະທານ\"ຫມາຍເຖິງການທີ່ພຣະເຈົ້າຊົງລົບບັນທຶກຄວາມບາບຂອງເຮົາໂດຍບໍ່ຄິດມູນຄ່າ ແປໄດ້ອີກວ່າ:\"ຂອງປຣະທານນັ້ນບໍ່ເໝືອນກັບຜົນຈາກຄວາມບາບຂອງອາດາມ\"(ເບິ່ງ: figs_explicit)" }, { "title": "ເພາະວ່າໃນດ້ານຫນຶ່ງ ການພິພາກສາລົງໂທດເກີດຂຶ້ນເນື່ອງຈາກການລະເມີດຂອງມະນຸດຄົນດຽວ ແຕ່ໃນອີກດ້ານຫນຶ່ງ.", "body": "ຈຸດນີ້ໂປໂລໃຫ້ສອງເຫດຜົນວ່າເປັນຫຍັງ\"ຂອງປະທານຈຶ່ງບໍ່ຄືກັບຜົນຂອງຄວາມບາບຂອງອາດາມ\"ຄຳເວົ້າ\"ເພາະວ່າໃນດ້ານຫນຶ່ງ\"ແລະ\"ແຕ່ໃນອີກດ້ານຫນຶ່ງ\"ແນະນຳວິທີຄິດສອງທາງທີ່ແຕກຕ່າງກັນກ່ຽວກັບບາງສິ່ງຄຳວ່າ\"ການພິພາກສາລົງໂທດ\"ບອກເປັນໄນຍະວ່າເຮົາທຸກຄົນລ້ວນສົມຄວນໄດ້ຮັບການລົງໂທດຈາກພຣະເຈົ້າສຳລັບຄວາມບາບຂອງເຮົາ ແປໄດ້ອີກຢ່າງວ່າ:\"ເພາະວ່າໃນດ້ານຫນຶ່ງ ພຣະເຈົ້າຊົງປະກາດວ່າມະນຸດທຸກຄົນສົມຄວນຕ້ອງຖືກລົງໂທດເພາະຄວາມບາບຂອງຄົນໆດຽວ ແຕ່ໃນອີກດ້ານຫນຶ່ງ\"(ເບິ່ງ:figs_explicit)" }, { "title": "ຂອງປະທານແຫ່ງພຣະຄຸນທີ່ນຳໄປສູ່ຄວາມຊອບທຳນັ້ນ.", "body": "ຂໍ້ຄວາມນີ້ຫມາຍເຖິງການທີ່ພຣະເຈົ້າຊົງກະທຳໃຫ້ເຮົາຖືກຕ້ອງກັບພຣະອົງແມ່ນວ່າໃນເວລາທີ່ເຮົາບໍ່ສົມຄວນໄດ້ຮັບ.ແປໄດ້ອີກຢ່າງວ່າ:\"ຂອງປະທານດ້ວຍພຣະກະລຸນາຂອງພຣະເຈົ້າທີ່ຈະເຮັດໃຫ້ເຮົາຖືກຕ້ອງກັບພຣະອົງ\"(ເບິ່ງ:figs_explicit)" }, { "title": "ພາຍຫລັງຈາກທີ່ມີການລະເມີດຫລາຍຄັ້ງ.", "body": "\"ຫລັງຈາກບາບຂອງຄົນເປັນອັນມາກ\"" }, { "title": "ການລະເມີດຂອງຄົນໆດຽວ.", "body": "ຂໍ້ຄວາມນີ້ຫມາຍເຖິງຄວາມບາບຂອງອາດາມ" }, { "title": "ຄວາມຕາຍຄອບງຳ.", "body": "ຈຸດນີ້ໂປໂລເວົ້າເຖິງ\"ຄວາມຕາຍ\"ວ່າເປັນກະສັດທີ່ປົກຄອງ.\"ການຄອບງຳ\"ຂອງຄວາມຕາຍທຳໃຫ້ທຸກຄົນຕ້ອງຕາຍ ແປໄດ້ອີກຢ່າງວ່າ:\"ທຸກຄົນຕ້ອງຕາຍ\"(ເບິ່ງ:figs_personification and figs_metaphor)" }, { "title": "ຊີວິດຂອງພຣະອົງຜູ້ດຽວ.", "body": "ຄຳເວົ້ານີ້ຫມາຍເຖິງຊີວິດຂອງພຣະເຢຊູຄຣິດ." } ]