1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 33 ບໍ່ຫ່ອນມີຜູ້ໃດ, ເມື່ອໄຕ້ໂຄມແລ້ວຈະຕັ້ງໄວ້ໃນຕູ້ທີ່ລັບມືດ ຫລືເອົາບຸງມາກວບໄວ້ ແຕ່ເຄີຍຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຜູ້ທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ. \v 34 ຕາຂອງທ່ານເປັນດວງສະຫວ່າງຂອງຮ່າງກາຍ ເມື່ອຕານັ້ນດີຮ່າງກາຍຂອງທ່ານກໍສະຫວ່າງໄປເໝືອນກັນ, ແຕ່ເມື່ອຕາຂອງທ່ານມືດ ຮ່າງກາຍຂອງທ່ານກໍມືດໄປເໝືອນກັນ. \v 35 ເຫດສັນນັ້ນ ຈົ່ງລະວັງຢ່າໃຫ້ແສງສະຫວ່າງທີ່ມີຢູ່ໃນທ່ານມືດໄປ. \v 36 ຖ້າກາຍຂອງທ່ານທຸກສ່ວນເຕັມດ້ວຍຄວາມສະຫວ່າງ ທັງຕົວກໍຈະສະຫວ່າງເໝືອນກັນ ຮ່າງກາຍຂອງທ່ານຈະເປັນເໝືອນແສງໂຄມກະຕຽງນັ້ນ ທີ່ສ່ອງສະຫວ່າງແກ່ທ່ານ.” |