lo_luk_text_ulb_l3/11/33.txt

1 line
1.4 KiB
Plaintext
Raw Normal View History

\v 33 ບໍ່­ຫ່ອນມີຜູ້ໃດ, ເມື່ອໄຕ້ໂຄມແລ້ວຈະຕັ້ງໄວ້ໃນຕູ້ທີ່ລັບມືດ ຫລືເອົາບຸງມາກວບໄວ້ ແຕ່ເຄີຍຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຜູ້ທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ. \v 34 ຕາຂອງທ່ານເປັນດວງສະ­ຫວ່າງຂອງຮ່າງ­ກາຍ ເມື່ອຕານັ້ນດີຮ່າງ­ກາຍຂອງທ່ານກໍສະ­ຫວ່າງໄປເໝືອນກັນ, ແຕ່ເມື່ອຕາຂອງທ່ານມືດ ຮ່າງ­ກາຍຂອງທ່ານກໍມືດໄປເໝືອນກັນ. \v 35 ເຫດສັນນັ້ນ ຈົ່ງລະ­ວັງຢ່າໃຫ້ແສງສະ­ຫວ່າງທີ່ມີຢູ່ໃນທ່ານມືດໄປ. \v 36 ຖ້າກາຍຂອງທ່ານທຸກສ່ວນເຕັມດ້ວຍຄວາມສະ­ຫວ່າງ ທັງຕົວກໍຈະສະຫວ່າງເໝືອນກັນ ຮ່າງກາຍຂອງທ່ານຈະເປັນເໝືອນແສງໂຄມກະຕຽງນັ້ນ ທີ່ສ່ອງສະຫວ່າງແກ່ທ່ານ.”