lo_luk_text_ulb_l3/05/08.txt

1 line
1.4 KiB
Plaintext

\v 8 ແຕ່ເມື່ອຊີ­ໂມນເປ­ໂຕໄດ້ເຫັນດັ່ງ­ນັ້ນ ລາວຈິ່ງຂາບລົງທີ່ພຣະຊານຸຂອງພຣະ­ເຢຊູແລະທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍເຊີນໄປໃຫ້ຫ່າງຈາກຂ້າ­ນ້ອຍທ້ອນ, ເພາະຂ້າ­ນ້ອຍເປັນຄົນບາບ.” \v 9 ເພາະເປ­ໂຕກັບໝູ່ທັງໝົດທີ່­ຢູ່ນຳກັນນັ້ນ ຕ່າງກໍງຶດປະຫລາດໃຈກ່ຽວກັບເຫດການທີ່ພວກເຂົາຈັບປາໄດ້ນັ້ນ. \v 10 ຄົນເຫລົ່ານີ້ລວມທັງຢາ­ໂກ­ໂບແລະໂຢ­ຮັນ ລູກຊາຍຂອງເຊ­ເບ­ດາຍ ທີ່ເປັນໝູ່ຮ່ວມງານກັບຊີ­ໂມນ ແລະພຣະ­ເຢຊູຊົງກ່າວກັບຊີ­ໂມນວ່າ, “ຢ່າຢ້ານເລີຍ ເພາະຕັ້ງ­ແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ.” \v 11 ເມື່ອໄດ້ນຳເຮືອມາເຖິງຝັ່ງແລ້ວ, ພວກເຂົາກໍສະ­ຫລະສິ່ງສາລະ­ພັດແລ້ວຕາມພຣະ­ອົງໄປ.