2019-08-12 13:10:28 +00:00
|
|
|
\v 8 ແຕ່ເມື່ອຊີໂມນເປໂຕໄດ້ເຫັນດັ່ງນັ້ນ ລາວຈິ່ງຂາບລົງທີ່ພຣະຊານຸຂອງພຣະເຢຊູແລະທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍເຊີນໄປໃຫ້ຫ່າງຈາກຂ້ານ້ອຍທ້ອນ, ເພາະຂ້ານ້ອຍເປັນຄົນບາບ.” \v 9 ເພາະເປໂຕກັບໝູ່ທັງໝົດທີ່ຢູ່ນຳກັນນັ້ນ ຕ່າງກໍງຶດປະຫລາດໃຈກ່ຽວກັບເຫດການທີ່ພວກເຂົາຈັບປາໄດ້ນັ້ນ. \v 10 ຄົນເຫລົ່ານີ້ລວມທັງຢາໂກໂບແລະໂຢຮັນ ລູກຊາຍຂອງເຊເບດາຍ ທີ່ເປັນໝູ່ຮ່ວມງານກັບຊີໂມນ ແລະພຣະເຢຊູຊົງກ່າວກັບຊີໂມນວ່າ, “ຢ່າຢ້ານເລີຍ ເພາະຕັ້ງແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ.” \v 11 ເມື່ອໄດ້ນຳເຮືອມາເຖິງຝັ່ງແລ້ວ, ພວກເຂົາກໍສະຫລະສິ່ງສາລະພັດແລ້ວຕາມພຣະອົງໄປ.
|