lo_jer_text_ulb_l3/14/19.txt

9 lines
1.3 KiB
Plaintext

\v 19 \v 20 19 ຂ້າແດ່ພຣະ¬ຜູ້¬ເປັນ¬ເຈົ້າ ພຣະອົງຊົງປະຖິ້ມຊາວຢູ¬ດາເດັດຂາດແລ້ວບໍ?
ຊົງກຽດຊັງປະຊາຊົນເມືອງຊີ¬ໂອນແລ້ວບໍ?
ເປັນຫຍັງຈຶ່ງຊົງທຳຮ້າຍພວກຂ້ານ້ອຍຢ່າງໜັກ
ຈົນພວກຂ້ານ້ອຍບໍ່ສາມາດຮັກສາໃຫ້ດີໄດ້
ພວກຂ້ານ້ອຍໄດ້ລໍຄອຍຄວາມສະຫງົບສຸກ
ແຕ່ບໍ່ເຫັນຫຍັງເກີດຂຶ້ນເລີຍ
ພວກຂ້ານ້ອຍຫວັງວ່າຈະໄດ້ຮັບການຮັກສາໃຫ້ດີ
ແຕ່ໄພພິບັດກັບເກີດມາແທນ.
20 ຂ້າແດ່ພຣະ¬ຜູ້¬ເປັນ¬ເຈົ້າ ພວກຂ້ານ້ອຍຍອມສາລະພາບທີ່ໄດ້ເຮັດບາບ ແລະທີ່ບັນພະບູລຸດຂອງພວກຂ້ານ້ອຍໄດ້ເຮັດກໍດີ ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງແທ້.