\v 19 \v 20 19 ຂ້າແດ່ພຣະ¬ຜູ້¬ເປັນ¬ເຈົ້າ ພຣະອົງຊົງປະຖິ້ມຊາວຢູ¬ດາເດັດຂາດແລ້ວບໍ? ຊົງກຽດຊັງປະຊາຊົນເມືອງຊີ¬ໂອນແລ້ວບໍ? ເປັນຫຍັງຈຶ່ງຊົງທຳຮ້າຍພວກຂ້ານ້ອຍຢ່າງໜັກ ຈົນພວກຂ້ານ້ອຍບໍ່ສາມາດຮັກສາໃຫ້ດີໄດ້ ພວກຂ້ານ້ອຍໄດ້ລໍຄອຍຄວາມສະຫງົບສຸກ ແຕ່ບໍ່ເຫັນຫຍັງເກີດຂຶ້ນເລີຍ ພວກຂ້ານ້ອຍຫວັງວ່າຈະໄດ້ຮັບການຮັກສາໃຫ້ດີ ແຕ່ໄພພິບັດກັບເກີດມາແທນ. 20 ຂ້າແດ່ພຣະ¬ຜູ້¬ເປັນ¬ເຈົ້າ ພວກຂ້ານ້ອຍຍອມສາລະພາບທີ່ໄດ້ເຮັດບາບ ແລະທີ່ບັນພະບູລຸດຂອງພວກຂ້ານ້ອຍໄດ້ເຮັດກໍດີ ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງແທ້.