lo_jer_text_ulb_l3/02/32.txt

12 lines
1.4 KiB
Plaintext

\v 32 \v 33 \v 34 32 ຍິງສາວຈະລືມເຄື່ອງເອ້ຂອງຕົນໄດ້ບໍ?
ແລະເຈົ້າສາວຈະລືມເຄື່ອງແຕ່ງຕົວໃນງານສົມລົດໄດ້ບໍ?
ແຕ່ໄພ່ພົນຂອງເຮົາໄດ້ລືມເຮົາເປັນເວລາດົນນານແລ້ວ.
33 ເຈົ້າຮູ້ຈັກວິທີຍົວະເຍົ້າໃຫ້ຄົນມາຫລົງຮັກ
ແມ່ນແຕ່ແມ່ຈ້າງກໍຍັງຮຽນນຳເຈົ້າ.
34-35 ເສື້ອຂອງເຈົ້າໄດ້ເປິເປື້ອນດ້ວຍເລືອດຂອງຄົນທຸກຍາກ
ທີ່ບໍ່ມີຄວາມຜິດ
ແລະເລືອດຂອງຄົນທີ່ບໍ່ເຄີຍລັກຂອງໃນເຮືອນເຈົ້າ
ແຕ່ທັງໆ ທີ່ເປັນດັ່ງນີ້ ພວກເຈົ້າກໍຍັງເວົ້າວ່າ ຕົນບໍ່ມີຄວາມຜິດ
ແລະວ່າພຣະ¬ຜູ້¬ເປັນ¬ເຈົ້າບໍ່ຄຽດຮ້າຍເຈົ້າອີກຕໍ່ໄປ
ເຮົາພຣະ¬ຜູ້¬ເປັນ¬ເຈົ້າຈະລົງໂທດເຈົ້າ
ຍ້ອນເຈົ້າເວົ້າວ່າບໍ່ໄດ້ເຮັດບາບ.