\v 32 \v 33 \v 34 32 ຍິງສາວຈະລືມເຄື່ອງເອ້ຂອງຕົນໄດ້ບໍ? ແລະເຈົ້າສາວຈະລືມເຄື່ອງແຕ່ງຕົວໃນງານສົມລົດໄດ້ບໍ? ແຕ່ໄພ່ພົນຂອງເຮົາໄດ້ລືມເຮົາເປັນເວລາດົນນານແລ້ວ. 33 ເຈົ້າຮູ້ຈັກວິທີຍົວະເຍົ້າໃຫ້ຄົນມາຫລົງຮັກ ແມ່ນແຕ່ແມ່ຈ້າງກໍຍັງຮຽນນຳເຈົ້າ. 34-35 ເສື້ອຂອງເຈົ້າໄດ້ເປິເປື້ອນດ້ວຍເລືອດຂອງຄົນທຸກຍາກ ທີ່ບໍ່ມີຄວາມຜິດ ແລະເລືອດຂອງຄົນທີ່ບໍ່ເຄີຍລັກຂອງໃນເຮືອນເຈົ້າ ແຕ່ທັງໆ ທີ່ເປັນດັ່ງນີ້ ພວກເຈົ້າກໍຍັງເວົ້າວ່າ ຕົນບໍ່ມີຄວາມຜິດ ແລະວ່າພຣະ¬ຜູ້¬ເປັນ¬ເຈົ້າບໍ່ຄຽດຮ້າຍເຈົ້າອີກຕໍ່ໄປ ເຮົາພຣະ¬ຜູ້¬ເປັນ¬ເຈົ້າຈະລົງໂທດເຈົ້າ ຍ້ອນເຈົ້າເວົ້າວ່າບໍ່ໄດ້ເຮັດບາບ.