lo_jer_text_ulb_l3/25/30.txt

1 line
1.3 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 30 ເຈົ້າຈົ່ງປະກາດພຣະຄຳເຫລົ່ານີ້ທັງຫມົດສູ້ພວກເຂົາ ແລະກ່າວແກ່ເຂົາວ່າ, ‘ພຣະຢາເວຈະຊົງເປັ່ງສຽງແຜດຮ້ອງຈາກທີ່ສູງ ແລະຈາກທີ່ປະທັບອັນບໍລິສຸດຂອງພຣະອົງ, ແລະພຣະອົງຈະເປັ່ງພຣະສຸລະສຽງແຜດຮ້ອງຕໍ່ຄອກແກະຂອງພຣະອົງ ແລະຊົງໂຫ່ຮ້ອງເຫມືອນກັບຄົນທີ່ຢຽບອະງຸ່ນໂຫ່ຮ້ອງຕໍ່ຊາວໂລກທັງຫມົດ. \v 31 ສຽງແຫ່ງການຕໍ່ສູ້ ຈະກ້ອງກັງວານໄປຈົນເຖິງທີ່ສຸດປາຍແຜ່ນດິນໂລກ, ເພາະພຣະຢາເວຊົງມີຄະດີກັບບັນດາປະຊາຊາດທັງຫລາຍ, ພຣະອົງຈະຊົງເຂົ້າພິພາກສາເນື້ອຫນັງທັງຫມົດສ່ວນຄົນຊົ່ວນັ້ນ. ພຣະອົງຈະຊົງຟັນເສຍດ້ວຍດາບ—ນີ້ເປັນຄຳປະກາດຂອງພຣະຢາເວ.