\v 30 ເຈົ້າຈົ່ງປະກາດພຣະຄຳເຫລົ່ານີ້ທັງຫມົດສູ້ພວກເຂົາ ແລະກ່າວແກ່ເຂົາວ່າ, ‘ພຣະຢາເວຈະຊົງເປັ່ງສຽງແຜດຮ້ອງຈາກທີ່ສູງ ແລະຈາກທີ່ປະທັບອັນບໍລິສຸດຂອງພຣະອົງ, ແລະພຣະອົງຈະເປັ່ງພຣະສຸລະສຽງແຜດຮ້ອງຕໍ່ຄອກແກະຂອງພຣະອົງ ແລະຊົງໂຫ່ຮ້ອງເຫມືອນກັບຄົນທີ່ຢຽບອະງຸ່ນໂຫ່ຮ້ອງຕໍ່ຊາວໂລກທັງຫມົດ. \v 31 ສຽງແຫ່ງການຕໍ່ສູ້ ຈະກ້ອງກັງວານໄປຈົນເຖິງທີ່ສຸດປາຍແຜ່ນດິນໂລກ, ເພາະພຣະຢາເວຊົງມີຄະດີກັບບັນດາປະຊາຊາດທັງຫລາຍ, ພຣະອົງຈະຊົງເຂົ້າພິພາກສາເນື້ອຫນັງທັງຫມົດສ່ວນຄົນຊົ່ວນັ້ນ. ພຣະອົງຈະຊົງຟັນເສຍດ້ວຍດາບ—ນີ້ເປັນຄຳປະກາດຂອງພຣະຢາເວ.’