lo_jer_text_ulb_l3/20/07.txt

1 line
1.6 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 7 “ຂ້າແດ່ພຣະຢາເວ, ພຣະອົງຊົງໄດ້ຫລອກລວງຂ້ານ້ອຍ ແລະຂ້ານ້ອຍກໍຖືກຫລອກລວງ. ພຣະອົງຊົງມີກຳລັງຫລາຍກວ່າຂ້ານ້ອຍ ແລະພຣະອົງກໍຊະນະ. ຂ້ານ້ອຍໄດ້ກາຍເປັນທີ່ໃຫ້ເຂົາຫົວຂວັນ; ທຸກຄົນເຍາະເຍີ້ຍຂ້ານ້ອຍ. \v 8 ເພາະວ່າເມື່ອໃດທີ່ຂ້ານ້ອຍໄດ້ເວົ້າ, ຂ້ານ້ອຍຮ້ອງໃຫ້ຊ່ວຍ ຂ້ານ້ອຍກ່າວວ່າ, ‘ຄວາມທາລຸນ ແລະການທຳລາຍ. ແລ້ວພຣະທັມຂອງພຣະຢາເວໄດ້ເປັນເຫດໃຫ້ຂ້ານ້ອຍເປັນທີ່ຕຳຫນິ ແລະເຍາະເຍີ້ຍທຸກມື້. \v 9 ແລ້ວຂ້ານ້ອຍກ່າວວ່າ, ‘ຂ້ານ້ອຍຈະບໍ່ອ້າງເຖິງພຣະຢາເວອີກຕໍ່ໄປ. ຂ້ານ້ອຍຈະບໍ່ກ່າວໃນພຣະນາມຂອງພຣະອົງອີກ. ແຕ່ກໍມີສິ່ງເຫມືອນໄຟໄຫມ້ຢູ່ໃນໃຈຂອງຂ້ານ້ອຍ, ອັດຢູ່ໃນກະດູກຂອງຂ້ານ້ອຍ. ດັ່ງນັ້ນຂ້ານ້ອຍກໍຕໍ່ສູ້ເພື່ອອັດມັນໄວ້, ແຕ່ຂ້ານ້ອຍກໍບໍ່ສາມາດອັດໄວ້ໄດ້.